ກອງປະຊຸມສຸດຍອດ ອາຣັບ ຄາດວ່າຈະຮັບຮອງເອົາມະຕິສໍາຄັນຫຼາຍສະບັບ

(VOVWORLD) -ກອງປະຊຸມສຸດຍອດສະຫະພັນ ອາຣັບ (AL) ຄັ້ງທີີ 30 ຖືກໄຂຂຶ້ນໃນວັນທີ 31 ມີີນາ ຢູ່ ນະຄອນຫຼວງ Tunis ຂອງ ຕຸຍນີຊີ.

ໃນວັນທີ 30 ມີນາ, ສື່ມວນຊົນ ຕາເວັນອອກກາງ  ໄດ້ຖະແຫຼງວ່າ ລັດຖະມົນຕີການຕ່າງປະເທດຂອງບັນດາປະເທດ ອາຣັບ ໄດ້ກະກຽມຮ່າງມະຕິຫຼາຍສະບັບກ່ອນດໍາເນີນກອງປະຊຸມສຸດຍອດ ສະຫະພັນ ອາຣັບ. ທີ່ກອງປະຊຸມກະກຽມຂັ້ນລັດຖະມົນຕີການຕ່າງປະເທດຂອງບັນດາປະເທດ ອາຣັບ ເຊິ່ງດໍາເນີນໃນວັນທີ 29 ມີນາ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບາງບັນຫາ ເຊິ່ງຄາດວ່າຈະໄດ້ນໍາເຂົ້າໂຄງການດໍາເນີນງານຢູ່ກອງປະຊຸມສຸດຍອດຈະມາເຖິງ. ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຣັບ ກໍໄດ້ຮັບຮອງເອົາມະຕິບາງສະບັບທີ່ຈະນໍາສະເໜີຕໍ່ການນໍາບັນດາປະເທດອາຣັບ. ໃນໜ້າເວັບໄຊ Arabs News ໃຫ້ຮູ້ວ່າ ຮ່າງມະຕິຫຼາຍສະບັບໄດ້ຍົກອອກມານັ້ນ ແມ່ນກ່ຽວຂ້ອງເຖິງບັນດາບັນຫາສໍາຄັນຄື ປາແລັດສະຕີນ, ການປະທະກັນລະຫວ່າງ ອາຣັບ - ອິດສະຣາແອັນ, ພູພຽງ Golan, ບັນດາການຜັນແປຢູ່ ຊີຣີ, ເຢແມນ ແລະ ລີບີ. ນອກຈາກນັ້ນ, ກອງປະຊຸມສຸດຍອດສະຫະພັນ ອາຣັບ ກໍຈະປຶກສາຫາລືກ່ຽວກັບສະພາບການຢູ່ ອີຣັກ, ໂຊມາລີ, ຊູດັງ ແລະ Comoros ອີກດ້ວຍ.


 

ຕອບກັບ

ຂ່າວ/ບົດ​ອື່ນ