ກອງ​ປະ​ຊຸມ​ສຸດຍອດ ອາ​ຣັບ - ຈີນ

(VOVWORLD) -ປັດຈຸບັນ, ຈີນແມ່ນຄູ່ຮ່ວມມືທາງການຄ້າ ສຳຄັນທີ່ສຸດຂອງຫຼາຍປະເທດ ອາຣັບ, ນຳໜ້າແມ່ນເອຢິບ ແລະ ອາຣັບບິ ຊາອຸດິ, ເພາະວ່າ ບັນດາປະເທດໃນພາກພື້ນ ຫວັງວ່າ ບັນດາກອງປະຊຸມສຸດຍອດນີ້ຈະປັບປຸງການພົວພັນກັບ ຈີນ
ກອງ​ປະ​ຊຸມ​ສຸດຍອດ ອາ​ຣັບ - ຈີນ - ảnh 1

ວັນທີ 9 ທັນວາ, ບັນດາການເຄື່ອນໄຫວຂອງກອງປະຊຸມສຸດຍອດ ອາຣັບ - ຈີນ ໄດ້ຈັດຕັ້ງຢູ່ນະຄອນ Riyadh, ອາຣັບບິ ຊາອຸດິ ດ້ວຍການເຂົ້າຮ່ວມຂອງການນຳ ອາຣັບບິ ຊາອຸດິດ ບາງທ່ານ ແລະ ປະທານປະເທດ ຈີນ ສີຈິ້ນຜິງ. ມີກອງປະຊຸມສຸດຍອດ 3 ຄັ້ງໄດ້ຈັດຕັ້ງແມ່ນ ກອງປະຊຸມສຸດຍອດ ອາຣັບບິ ຊາອຸດິ ແລະ ຈີນ, ກອງປະຊຸມສຸດຍອດ ເຂດອ່າວເປີເຊຍ - ຈີນ ແລະ ກອງປະຊຸມສຸດຍອດ ອາຣັບ - ຈີນ.

ປັດຈຸບັນ, ຈີນແມ່ນຄູ່ຮ່ວມມືທາງການຄ້າ ສຳຄັນທີ່ສຸດຂອງຫຼາຍປະເທດ ອາຣັບ, ນຳໜ້າແມ່ນເອຢິບ ແລະ ອາຣັບບິ ຊາອຸດິ, ເພາະວ່າ ບັນດາປະເທດໃນພາກພື້ນ ຫວັງວ່າ ບັນດາກອງປະຊຸມສຸດຍອດນີ້ຈະປັບປຸງການພົວພັນກັບ ຈີນ, ພ້ອມທັງເຊັນຂໍ້ຕົກລົງຫຼາຍສະບັບໃນຫຼາຍຂະແໜງເພື່ອແນໃສ່ເຮັດໃຫ້ການພົວພັນອາຣັບ - ຈີນເລິກເຊິ່ງກ່ວາ, ສ້າງປະຊາຄົມ ອາຣັບ - ຈີນ. ກອງປະຊຸມສຸດຍອດ ອາຣັບ - ຈີນ ແມ່ນກອງປະຊຸມຄັ້ງທຳອິດ ໂດຍ ອາຣັບບິ ຊາອຸດິດ ໄດ້ຈັດຂຶ້ນ ເຊິ່ງແມ່ນບາດກ້າວເລີ່ມຕົ້ນສຳຄັນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ບັນດາປະເທດ ອາຣັບ ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ