ກອງ​ປະ​ຊຸມ​ສຸດຍອດ ອາ​ເມ​ລິ​ກາ - ລັດ​ເຊຍ ອາ​ດຈະ​ດຳ​ເນີນ​ກ່ອນ​ເວ​ລາ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

(VOVWORLD) -ບັນດາເຈົ້າໜ້າທີ່ອຳນາດການປົກຄອງ ປະທານາທິບໍດີ Donald Trump ພວມຊັ່ງຊາບັນດາການເລືອກເຟັ້ນກ່ຽວກັບວັນເວລາ ແລະ ສະຖານທີ່ດຳເນີນການພົບປະ, ລວມມີຄວາມອາດສາມາດໃນເດືອນກັນຍາ ຈະມາເຖິງຢູ່ນິວຢອກ
ກອງ​ປະ​ຊຸມ​ສຸດຍອດ ອາ​ເມ​ລິ​ກາ - ລັດ​ເຊຍ ອາ​ດຈະ​ດຳ​ເນີນ​ກ່ອນ​ເວ​ລາ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ - ảnh 1 ທ່ານ Donald Trump ປະທານາທິບໍດີ ອາເມລິກາ ພົບປະກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ຢູ່  Helsinki (ພາບ: Reuters)

ວັນທີ 16 ສິງຫາ, ສຳນັກຂ່າວສານ NBC ຂອງອາເມລິກາ ໄດ້ຄັດສະເໜີ 4 ແຫຼ່ງຂ່າວທີ່ຢັ້ງຢືນວ່າ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເວົ້າກັບບັນດາຜູ້ຊ່ວຍວຽກກ່ຽວກັບເຈດຈຳນົງຈັດຕັ້ງການພົບປະໂດຍກົງກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ກ່ອນເວລາຈັດຕັ້ງການເລືອກຕັ້ງ ປະທານາທິບໍດີ ອາເມລິກາ ທີ່ຄາດວ່າຈະດຳເນີນໃນເດືອນພະຈິກຈະມາເຖິງ.

ບັນດາເຈົ້າໜ້າທີ່ອຳນາດການປົກຄອງ ປະທານາທິບໍດີ Donald Trump ພວມຊັ່ງຊາບັນດາການເລືອກເຟັ້ນກ່ຽວກັບວັນເວລາ ແລະ ສະຖານທີ່ດຳເນີນການພົບປະ, ລວມມີຄວາມອາດສາມາດໃນເດືອນກັນຍາ ຈະມາເຖິງຢູ່ນິວຢອກ. ເປົ້າໝາຍຂອງການພົວພັນແມ່ນເພື່ອໃຫ້ການນຳສອງທ່ານປະກາດວິວັດທະນາການມຸ່ງໄປສູ່ຂໍ້ຕົກລົງວ່າດ້ວຍການຄວບຄຸມອາວຸດນິວເຄຼຍ ສະບັບໃໝ່, ໃນສະພາບການສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດສະບັບໃໝ່ (NEW START) ຈະໝົດອາຍຸໃນປີໜ້າ.

ປັດຈຸບັນ, ລັດເຊຍຍັງບໍ່ທັນມີຄຳເຫັນກ່ຽວກັບຂໍ້ມູນຂ່າວນີ້.

ຕອບກັບ

ຂ່າວ/ບົດ​ອື່ນ