ກອງ​ປະ​ຊຸມ​ສຸດ​ຍອດ ອາ​ເມ​ລິ​ກາ - ລັດ​ເຊຍ ອາດ​ຈະ​ດຳ​ເນີນ​ໃນ​ກາງ​ເດືອນ​ມິ​ຖຸ​ນາ ຢູ່ ສະ​ວິດ

(VOVWORLD) - ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ: ອາເມລິກາ ມີຄວາມປາດຖະໜາຢາກມີການພົວພັນກັບ ລັດເຊຍ ທີ່ໝັ້ນຄົງກ່ວາເກົ່າ.



ກອງ​ປະ​ຊຸມ​ສຸດ​ຍອດ ອາ​ເມ​ລິ​ກາ - ລັດ​ເຊຍ ອາດ​ຈະ​ດຳ​ເນີນ​ໃນ​ກາງ​ເດືອນ​ມິ​ຖຸ​ນາ ຢູ່ ສະ​ວິດ - ảnh 1ທ່ານ ປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin (ພາບ:  Getty Images/ MCT)

ຕາມເຈົ້າໜ້າທີ່ ອາເມລິກາ ທ່ານໜຶ່ງແລ້ວ, ທ່ານ Jake Sullivan ທີ່ປຶກສາຄວາມໝັ້ນຄົງ ແຫ່ງຊາດ ອາເມລິກາ ຈະພົບປະກັບຄູ່ຮ່ວມຕຳແໜ່ງ ລັດເຊຍ ຢູ່ ເຊີແນວ, ປະເທດ ສະວິດ ໃນອາທິດນີ້ ເພື່ອປຶກສາຫາລືບັນດາລາຍລະອຽດຂອງການພົບປະກັນ ລະຫວ່າງ ປະທານາທິບໍດີ ສອງປະເທດ. ບັນດາແຫຼ່ງຂ່າວ ໃຫ້ຮູ້ວ່າ: ການພົບປະຄັ້ງນີ້ ອາດຈະດຳເນີນໃນລະຫວ່າງວັນທີ 15 ແລະ 16 ມິຖຸນາ ຢູ່ ເຊີແນວ ແລະ ຄາດວ່າຂໍ້ມູນທາງການຈະຖືກປະກາດໃນ 2 – 3 ວັນຈະມາເຖິງ. ຄາດວ່າ ການພົບປະຈະດຳເນີນໃນທ້າຍການໄປປະຕິບັດງານ ຢູ່ເອີລົບ ຄັ້ງທຳອິດ ຂອງທ່ານ ປະທານາທິບໍດີ ອາເມລິກາ Joe Biden ນັບແຕ່ເວລາຮັບດຳລົງຕຳແໜ່ງຂອງຕົນ. ທ່ານ Biden ຈະໄປຍັງອັງກິດ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມ G7 ແລະ ຫຼັງຈາກນັ້ນຈະໄປຢ້ຽມຢາມ ສຳນັກງານ NATO ຢູ່ Brussels, ປະເທດ ແບນຊິກ.

        ເມື່ອເດືອນກ່ອນ, ອຳນາດການປົກຄອງຂອງ ທ່ານ ປະທານາທິບໍດີ ອາເມລິກາ Joe Biden ໄດ້ຮຽກຮ້ອງການພົບປະສຸດຍອດ ກັບລັດເຊຍ. ຫວ່າງແລ້ວນີ້, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ: ອາເມລິກາ ມີຄວາມປາດຖະໜາຢາກມີການພົວພັນກັບ ລັດເຊຍ ທີ່ໝັ້ນຄົງກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ