ກອງປະຊຸມສຸດຍອດ ອາເມລິກາ - ສ ເກົາຫຼີ: ອາເມລິກາ ຈະໃຫ້ຄຳໝັ້ນສັນຍາສະກັດກັ້ນການບຸກໂຈມຕີນິວເຄຼຍຂອງ ສປປ ເກົາຫຼີ

(VOVWORLD) - ສະກັດກັ້ນການບຸກໂຈມຕີຂອງ ສປປ ເກົາຫຼີ ແລະ ສາງອາວຸດລູກສອນໄຟນັບມື້ນັບໄດ້ເປີດກ້ວາງຂອງ ສປປ ເກົາຫຼີ. ໃນການຢັ່ງຫາງສຽງໂດຍສະຖາບັນຄົ້ນຄ້ວານະໂຍບາຍ ອາຊີ ຢູ່ ເຊີອຸນ...
ກອງປະຊຸມສຸດຍອດ ອາເມລິກາ - ສ ເກົາຫຼີ: ອາເມລິກາ ຈະໃຫ້ຄຳໝັ້ນສັນຍາສະກັດກັ້ນການບຸກໂຈມຕີນິວເຄຼຍຂອງ ສປປ ເກົາຫຼີ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol
(ພາບ:Reuters)

ວັນທີ 21 ເມສາ, ເຈົ້າໜ້າທີ່ ອາເມລິກາ ຂັ້ນສູງທ່ານໜຶ່ງໃຫ້ຮູ້ວ່າ: ທີ່ກອງປະຊຸມສຸດຍອດ ໃນອາທິດໜ້າລະຫວ່າງທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol, ອາເມລິກາ ຈະໃຫ້ຄຳໝັ້ນສັນຍາປະຕິບັດບັນດາບາດກ້າວ “ແທດຈິງ” ເພື່ອສະກັດກັ້ນການບຸກໂຈມຕີນິວເຄຼຍຂອງ ສປປ ເກົາຫຼີ ເລັ່ງໃສ່ ສ ເກົາຫຼີ. ການຢ້ຽມຢາມທາງລັດຖະກິດແຕ່ວັນທີ 26 ເມສາ ແລະ ແກ່ຍາວໜຶ່ງອາທິດຂອງ ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol ໄປຍັງ ອາເມລິກາ ໄດ້ດຳເນີນໃນຈຸດເວລາທີ່ປະຊາຊົນ ສ ເກົາຫຼີ ຫຼາຍຄົນຖືວ່າ ປະເທດຂອງເຂົາເຈົ້າຄວນພັດທະນາສາງອາວຸດນິວເຄຼຍສະເພາະຂອງຕົນ ເພື່ອປ້ອງກັນ, ສະກັດກັ້ນການບຸກໂຈມຕີຂອງ ສປປ ເກົາຫຼີ ແລະ ສາງອາວຸດລູກສອນໄຟນັບມື້ນັບໄດ້ເປີດກ້ວາງຂອງ ສປປ ເກົາຫຼີ. ໃນການຢັ່ງຫາງສຽງໂດຍສະຖາບັນຄົ້ນຄ້ວານະໂຍບາຍ ອາຊີ ຢູ່ ເຊີອຸນ ປະກາດຫວ່າງແລ້ວນີ້, ປະຊາຊົນ ສ ເກົາຫຼີ 64,3% ສະໜັບສະໜູນການພັດທະນາອາວຸດນິວເຄຼຍ, ມີພຽງ 33,3% ຄັດຄ້ານເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ