ກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫຼີ: ການຈັບມືຄັ້ງປະຫວັດສາດລະຫວ່າງການນຳ 2 ທ່ານ

(VOVWORLD) - ກາຍເປັນບັນດາການນຳຂອງ ອາເມລິກາ ແລະ ສປປ ເກົາຫຼີ ທຳອິດພົບປະໂດຍກົງ ເພື່ອແນໃສ່ຊອກຫາມາດຕະການຢຸດຕິບັນຫານິວເຄຼຍ ສປປ ເກົາຫຼີ.
ກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫຼີ: ການຈັບມືຄັ້ງປະຫວັດສາດລະຫວ່າງການນຳ 2 ທ່ານ - ảnh 1ພາບປະກອບ

ຕອນເຊົ້າວັນທີ 12 ມິຖຸນາ, ກ່ອນທີ່ດຳເນີນການເຈລະຈາຢູ່ໂຮງແຮມ Capella ໃນເກາະ Sentosa ຢູ່ ສິງກະໂປ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ ເກົາຫຼີ Kim Jong – un ໄດ້ມີການຈັບມືຄັ້ງປະຫວັດສາດ, ກາຍເປັນບັນດາການນຳຂອງ ອາເມລິກາ ແລະ ສປປ ເກົາຫຼີ ທຳອິດພົບປະໂດຍກົງ ເພື່ອແນໃສ່ຊອກຫາມາດຕະການຢຸດຕິບັນຫານິວເຄຼຍ ສປປ ເກົາຫຼີ.

        ໃນບັນດາບົດກ່າວປາໄສທຳອິດທີ່ການພົບປະຄັ້ງປະຫວັດສາດກັບການນຳ ສປປ ເກົາຫຼີ Kim Jong un ພວມດຳເນີນຢູ່ ສິງກະໂປ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ: 2 ປະເທດ ພວມນຳການພົວພັນ 2 ຝ່າຍ “ອັນດີເລີດ” ມຸ່ງໄປເຖິງອະນາຄົດ. ທ່ານປະທານາທິບໍດີ Trump ຄາດວ່າ ຈະມີ “ການພົວພັນອັນດີງາມ” ກັບການນຳ ສປປ ເກົາຫຼີ. ໃນຂະນະນັ້ນ, ການນຳ Kim Jong un ຢັ້ງຢືນວ່າ: “ພວກເຮົາມີໜ້າຢູ່ທີ່ນີ້ພາຍຫຼັງຜ່ານຜ່າທຸກຄວາມຫຍຸ້ງຍາກກີດຂວາງ”.

        ພາຍຫຼັງປຶກສາຫາລືມາເປັນເວລາ 40 ນາທີ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ ເກົາຫຼີ Kim Jong – un ໄດ້ສິ້ນສຸດການເຈລະຈາສະເພາະ. ທ່ານປະທານາທິບໍດີ Trump ໃຫ້ຮູ້ວ່າ ການພົບປະໄດ້ດຳເນີນໄປ “ດີ, ດີຫຼາຍ”, 2 ຝ່າຍໄດ້ “ມີການພົວພັນອັນດີເລີດ”.

ຕອບກັບ

ຂ່າວ/ບົດ​ອື່ນ