ກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫຼີ ອາດຈະຈັດຕັ້ງຂຶ້ນຢູ່ ສິງກະໂປ

(VOVWORLD) - ຕາມໜັງສືພິມ Chosun Ilbo, ບັນດາແຫຼ່ງຂ່າວທາງການທູດໄດ້ຄັດສະເໜີຄຳເວົ້າຂອງທ່ານ John Bolton, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ...

ສື່ມວນຊົນ ສ ເກົາຫຼີ ໃຫ້ຂ່າວເມື່ອວັນທີ 7 ພຶດສະພາ ວ່າ: ການພົບປະສຸດຍອດລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ ເກົາຫຼີ Kim Jong – un ຈະໄດ້ຮັບການຈັດຕັ້ງຢູ່ສິງກະໂປ ໃນເດືອນໜ້າ. ຕາມໜັງສືພິມ Chosun Ilbo, ບັນດາແຫຼ່ງຂ່າວທາງການທູດໄດ້ຄັດສະເໜີຄຳເວົ້າຂອງທ່ານ John Bolton, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດທີ່ໄດ້ຮັບຄວາມລໍຄອຍນີ້ຈະໄດ້ຈັດຕັ້ງໃນກາງເດືອນ ມິຖຸນາ ຈະມາເຖິງ. ໜັງສືພິມສະບັບນີ້ໃຫ້ຮູ້ວ່າ: ມີຄວາມເປັນໄປໄດ້ວ່າສະຖານທີ່ຈັດຕັ້ງຈະແມ່ນ ສິງກະໂປ, ພາຍຫຼັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ຕ້ອນຮັບຄູ່ຕຳແໜ່ງ ສ. ເກົາຫຼີ Moon Jae – in ທີ່ທຳນຽບຂາວໃນທ້າຍເດືອນ ພຶດສະພານີ້.

        ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Donald Trump ຖືວ່າ ເຂດປອດການທະຫານລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ - ເຄີຍເປັນບ່ອນດຳເນີນການພົບປະສຸດຍອດລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ, ອາດຈະແມ່ນສະຖານທີ່ເໝາະສົມເພື່ອຈັດຕັ້ງການພົບປະລະຫວ່າງທ່ານ ແລະ ການນຳ ສປປ ເກົາຫຼີ Kim Jong – un. ຮອດປະຈຸບັນ, ວັນເວລາ ແລະ ສະຖານທີ່ຈັດຕັ້ງການພົບປະສຸດຍອດຄັ້ງປະຫວັດສາດລະຫວ່າງ ອາເມລິກາ ແລະ ສປປ ເກົາຫຼີ ຍັງບໍ່ທັນໄດ້ຮັບການປະກາດເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ