ກອງປະຊຸມສຸດຍອດAUຄັ້ງທີ22

ກອງປະຊຸມສຸດຍອດAUຄັ້ງທີ22 - ảnh 1
ກອງ​ປະຊຸມ​ສຸດຍອດ​ຄັ້ງ​ທີ 22 ຂອງ​ສະຫະພາບ ​ອາບຟຣີກາ
(ພາບ: AFP/TTXVN)


(vovworld) – ກອງ​ປະຊຸມ​ສຸດຍອດ​ຄັ້ງ​ທີ 22 ຂອງ​ສະຫະພາບ ​ອາບຟຣີກາ (AU) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນທາງ​ການ​ໃນ​ວັນ​ທີ 30/1 ຢູ່​ສຳນັກງານ​ຂອງ AU ທີ່ Addis Ababa, ນະຄອນຫຼວງ Ethiopia, ດ້ວຍ​​ຖະ​ແຫຼ​ງວ່າປີ 2014 ​ແມ່ນ​ປີ​ກະ​ສິກຳ ​ແລະ ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ​ຂອງ ອາບຟຣີກາ. ​ໃນ​ການ​ເຮັດ​ວຽກ​​ເປັນ​ເວລາ 2 ວັນ, ຜູ້ຕາງໜ້າ​ຂອງ 54 ປະ​ເທດ​ສະມາຊິກ AU ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຍຸດ​ທະ​ສາດ ​ແລະ ມາດ​ຕະການ​ເພື່ອ​ແນ​ໃສ່​ນຳ​ພື້ນຖານ​ກະສິກຳທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ ທະວີ​ບ ອາບຟຣີກາ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ກຳລັງ​ໜູນ​ຕົ້ນ​ຕໍ່​ຮັບ​ໃຊ້ພາລະກິດ​ພັດທະນາ​ຮອບດ້ານ ​ແລະ ໝັ້ນ​ຄົງ. ຄຽງ​ຄູ່​ຫົວ​ຂໍ້​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ​ແມ່ນ “ກະສິກຳ ​ແລະ ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ”, ບັນຫາ​ສັນຕິພາບ ​ແລະ ຄວາມ​ສະຫງົບປອດ​ໄພ​ຢູ່​ທະວີບກໍ່​ໄດ້​ເຕື້ອ​ງ​ເຖິງ​ໃນ​ວາລະ​ໄຂ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ AU, ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ Hailemariam Desalegn ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຄັ້ງ​ໃໝ່​ໃນ​ທະວີ​ບພວມ​ເກີດ​ຂຶ້ນ, ພິ​ເສດ​ແມ່ນ​ຢູ່ Sudan ​ໃຕ້ ​ແລະ ສ. ອາບຟຣີກາ ກາງ,​ ​ສົ່ງ​ຜົນ​ສະທ້ອນ​ເຖິງ​ສາມັນ​ຊົນ​ນັບ​ລ້ານ​ຄົນ ​ແລະ ນາບ​ຂູ່​ເຖິງ​ພື້ນຖານ​ສັນຕິພາບ​ ​ແລະ ຄວາມ​ສະຫງົບ​ຢູ່​ທະວີບ. ທ່ານນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ Hailemariam Desalegn ​ເນັ້ນ​ໜັກ​ຕ້ອງ​ຊອກ​ຫາ​ມາດ​ຕະການ​​ແກ້​ໄຂ​ຢ່າງຮີບ​ດ່ວນ​ເພື່ອ​ກູ້​ເອົາ 2 ປະ​ເທດ​ດັ່ງກ່າວບໍ່​ຕົກ​ຢູ່​ໃນ​ສະພາບ​ຮ້າຍ​ແຮງ​ທີ່​ສຸດ.


ຂ່າວ/ບົດ​ອື່ນ