ກອງປະຊຸມສຸດຍອດEU:ການຮ່ວມມືພາຍໃນກຸ່ມແລະລັດຖະນະໂຍບາຍການຕ່າງປະເທດ

ກອງປະຊຸມສຸດຍອດEU:ການຮ່ວມມືພາຍໃນກຸ່ມແລະລັດຖະນະໂຍບາຍການຕ່າງປະເທດ - ảnh 1
ບັນ​ດາ​ການ​ນຳ​ເອີ​ລົບ​ທີ່​ການ​ປະ​ຊຸມ​ຂ່າວ
ພາບ:THX/TTXVN

(vovworld)- ກອງ​ປະ​ຊຸມ​ສຸ​ດຍອດ ສະ​ຫະ​ພາບ​ເອີ​ລົບ (EU) ດຳ​ເນີນ​ໄປ​ໃນ​ວັນ​ທີ 15/12 ຢູ່ ບ​ຣຸກ​ແຊນ ປະ​ເທດ ແບນ​ຊີກ ໄດ້​ສຸມ​ໃສ່​ພິ​ຈາ​ລະ​ນາ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ​ທີ່​ສຸດ​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍ​ບາຍ​ພາຍ​ໃນ​ກ​ຸ່ມ. ນອກນັ້ນ EU ກໍ​ຕີ​ລາ​ຄາ​ບັນ​ດາ​ຄວາມ​ຄື​ບ​ຫນ້າ​ທີ່​ກ່ຽວ​ຂ້ອງ​ເຖິງ​ສັນ​ຍາ​ຫລາຍ​ສະ​ບັບ​ທີ່​ໄດ້​ລົງ​ນາມ​ກັບ​ບັນ​ດາ​ປະ​ເທດ​ອາ​ຟຼິ​ກາ ກ່ຽວ​ກັບ​ການ​ແກ້​ໄຂ​ສະ​ພາບ​ຊາວ​ອົບ​ພະ​ຍົບ​ໂດຍ​ເລີ່ມ​ຕົ້ນ​ຈາກ​ເຂດນີ້. ກອງ​ປະ​ຊຸມ​ສຸດຍອດ ຈະ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ EU ຢັ້ງ​ຢືນ​ຄືນ​ຄຳ​ໝັ້​ນ​ສັນ​ຍາ​ຂອງ​ຕົນ​ສຳ​ລັບ​ຍ​ຸດ​ທະ​ສາດ​ຄວາມ​ໝັ້​ນ​ຄົງ​ພາຍ​ໃນ​ກຸ່ມ. ການ​ນຳ​ບັນ​ດາ​ປະ​ເທດ EU ຈະ​ເຕື້ອງ​ເຖິງ​ບັນ​ດາ​​ການເພີ່ມ​ທະ​ວີ​ການ​ຮ່ວມ​ມື EU ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ. ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ບັນ​ດາ​ການ​ນຳ ເອີ​ລົບ ຈະ​ຍົກ​ອອກ​ທັດ​ສະ​ນະ​ສຸດ​ທ້າຍ​ກ່ຽວ​ກັບ​ສັນ​ຍາ​ຮ່ວ​ມ​ສຳ​ພັນ EU- ຢູ​ແກຼນ ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ໃຫ້​ສັດ​ຕະ​ຍາ​ບັນ​ເອ​ກະ​ສານ​ສະ​ບັບ​ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ