ກອງປະຊຸມສຸດຍອດG20:ປະທານາທິບໍດີ ອາເມລິກາ ໂອ້ລົມທາງໂທລະສັບກັບການນຳບັນດາປະເທດເອີລົບ

(VOVWORLD) -ວັນ ທີ 3 ກໍລະກົດ, ປະທານາທິບໍດີ ອາເມລິກາ Donald Trump ມີການໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີ ເຢຍລະມັນ, ທ່ານນາງ Angele Merkel ແລະ ນາຍົກລັດຖະມົນຕີ ອີຕາລີ Paolo Gentiloni, 
ກອງປະຊຸມສຸດຍອດG20:ປະທານາທິບໍດີ ອາເມລິກາ ໂອ້ລົມທາງໂທລະສັບກັບການນຳບັນດາປະເທດເອີລົບ - ảnh 1 ທ່ານ ປະທານາທິບໍດີ ອາເມລິກາ Donald Trump 

ປຶກສາຫາລືກ່ຽວກັບບັນດາບັນຫາການປ່ຽນແປງຂອງດິນຟ້າອາກາດ, ການຄ້າ ແລະ ຄົນເຂົ້າເມືອງ ກ່ອນທີ່ດຳເນີນກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວຫນ້າ (G20) ຄາດວ່າ ຈະດຳເນີນຢູ່ Hamburg ປະເທດ ເຢຍລະມັນ ໃນວັນທີ 7-8 ກໍລະກົດ.

ຕາມຖະແຫລງການຂອງ ທຳນຽບຂາວ, ນອກຈາກການປຶກສາຫາລືບັນດາບັນຫາໄດ້ຮັບຖືວ່າ ອາດຈະສະແດງໃຫ້ເຫັນຫລາຍຈຸດທີ່ແຕກຕ່າງກັນທີ່ກອງປະຊຸມ G20 ຈະມາເຖິງ, ທ່ານ Donald Trump  ແລະ ທ່ານນາງ Angele Merkel  ກໍ່ເຕື້ອງເຖິງສະພາບເຫລືອເຟືອໃນການສະຫນອງຜະລິດຕະພັນເຫລັກກ້າ ພວມຍູ້ຕະຫລາດທົ່ວໂລກຕົກເຂົ້າສະພາບການຂາດຄວາມດຸ່ນດ່ຽງ. ນອກນັ້ນ ປະທານາທິບໍດີ Trump ກໍ່ສະແດງຄວາມປາດຖະຫນາຢາກໃຫ້ນາຍົກລັດຖະມົນຕີ ເຢຍລະມັນ ເປັນເຈົ້າພາບກອງປະຊຸມ G20 ປະສົບຜົນສຳເລັດ.

ໃນການໂອ້ລົມທາງໂທລະສັບກັບການນຳ ອີຕາລີ, ທ່ານ Trump ຕີລາຄາສູງຄວາມມານະພະຍາຍາມຂອງທ່ານນາຍົກລັດຖະມົນຕີ Gentiloni ໃນການເປັນເຈົ້າພາບກອງປະຊຸມສຸດຍອດກຸ່ມບັນດາປະເທດ ອຸດສາຫະກຳ ພັດທະນາ ແຖວຫນ້າຂອງໂລກ (G7) ໃນເດືືອນ 5 ກໍຄືໃນການແກ້ໄຂວິກິດການຊາວອົບພະຍົບ. 

ຕອບກັບ

ຂ່າວ/ບົດ​ອື່ນ