ກອງປະຊຸມສຸດຍອດG7: ການນຳບັນດາປະເທດອອກຖະແຫຼງການຮ່ວມກ່ຽວກັບບັນດາບັນຫາຂອງໂລກ

(VOVWORLD) -ພາຍຫຼັງຈັດກອງປະຊຸມເປັນເວລາ 2 ວັນຢູ່ນະຄອນ Taormina, ປະເທດອີຕາລີ, ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ອອກຖະແຫຼງການຮ່ວມ ແລະ ໄດ້ເຕື້ອງເຖິງຫຼາຍບັນຫາສຳຄັນ, ໃນນັ້ນມີບັນຫາແຫຼມເກົາຫຼີ, ການຄ້າ, ການປ່ຽນແປງຂອງດິນຟ້າອາກາດ ແລະ ສະພາບການຢູ່ທະເລຕາເວັນອອກ. 

ກອງປະຊຸມສຸດຍອດG7: ການນຳບັນດາປະເທດອອກຖະແຫຼງການຮ່ວມກ່ຽວກັບບັນດາບັນຫາຂອງໂລກ - ảnh 1 ການນຳບັນດາປະເທດອອກຖະແຫຼງການຮ່ວມກ່ຽວກັບບັນດາບັນຫາຂອງໂລກ

(ພາບປະກອບ: AFP/ TTXVN)

ຕາມຖະແຫຼງການດັ່ງກ່າວ, G7 ພ້ອມແລ້ວທີ່ຈະເພີ່ມທະວີບັນດາມາດຕະການເພື່ອຮັບມືກັບບັນຫາສປປ.ເກົາຫຼີ ຖ້າຫາກພຽງຢາງ ບໍ່ປະລະບັນດາໂຄງການນິວເຄຼຍຂອງຕົນ. ກ່ຽວຂ້ອງເຖິງບັນຫາການຄ້າ, G7 ໃຫ້ຄຳໝັ້ນສັນຍາຄືນໃໝ່ກ່ຽວກັບການເປີດປະຕູຕະຫຼາດ ແລະ “ຕ້ານລັດທິອາລັກຂາ” ກໍຄືບັນດາການເຄື່ອນໄຫວດ້ານການຄ້າທີ່ບໍ່ຍຸຕິທຳ… ນອກນັ້ນ, ຖະແຫຼງການຮ່ວມຂອງ G7 ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ, ພ້ອມທັງຮຽກຮ້ອງການບໍ່ໄດ້ນຳໃຊ້ກຳລັງຢູ່ “ໂຄງສ້າງພູມຊາດທີ່ຂັດແຍ້ງກັນ”.

ຕອບກັບ

ຂ່າວ/ບົດ​ອື່ນ