ກອງປະຊຸມສຸດຍອດການນຳໜຸ່ມ ຍີ່ປຸ່ນ - ອາຊຽນ

ກອງປະຊຸມສຸດຍອດການນຳໜຸ່ມ ຍີ່ປຸ່ນ - ອາຊຽນ - ảnh 1
(ພາບປະກອບ)

(vovworld) -     ງານ​ພົບ​ປະ​ແລກປ່ຽນ​ສາກົນ​ດ້ວຍ​ຫົວ​ຂໍ້ວ່າ ກອງ​ປະຊຸມ​ສຸດ​ຍອດ​ການ​ນຳ​ໜຸ່ມ​ຍີ່ປຸ່ນ - ອາ​ຊຽນ ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 29/10 ຢູ່​ໂຕ​ກຽວ ປະ​ເທດ​ຍີ່ປຸ່ນ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຍີ່​ປຸ່ນ Doan Xuan Hung ​ໄດ້​ຕາງໜ້າ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຢືນຢັນ​ວ່າ ​ໄວ​ໜຸ່ມ​ດ້ວຍກຳລັງວັງຊາ​ອັນ​ໜຸ່ມ​ແໜ້ນ​ ແລະ ​ຫົວຄິດ​ປະດິດ​ສ້າງ​ຂອງ​ຕົນ​ສວນ​ມບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ ​ແລະ ຍີ່ປຸ່ນ​ກວ່າ​ອີກ.

ໃນ​ຂອບ​ເຂດກອງ​ປະຊຸມ​ສຸດ​ຍອດ​ການ​ນຳ​ໜຸ່ມ​ຍີ່ປຸ່ນ - ອາ​ຊຽນ ຍັງ​ມີ​ງານ​ວາງສະ​ແດງ​ໂຄສະນາ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ປະຊາຊົນ​ຂອງ 11 ປະ​ເທດ​ທີ່​ເຂົ້າ​ຮ່ວມ. ອ້າຍ Nguyen Hai Minh, ຮອງ​ປະທານສະມາຄົມນັກ​ສຶກສານະຄອນ​ຮ່າ​ໂນ້ຍ, ຫົວໜ້າ​ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ຫວຽດນາມ ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫ້​ຮູ້​ວ່າ.

“ຜ່ານ​ການ​ເຄື່ອນ​ໄຫວ​ນີ້, ພວກ​ຂ້າພະ​ເຈົ້າຢາກ​​ໂຄສະນາ​​ແນະນຳກ່ຽວ​ກັບ​ທັດສະນີ​ຍະ​ພາບທຳ​ມະ​ຊາດ​ທະ​ເລ​ຂອງ​ຫວຽດນາມ, ກ່ຽວ​ກັບ​ວັດທະນະທຳ​ທີ່​ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຫວຽດນາມ ​ແລະ ບັນດາ​ແຫຼ່ງຜົນ​ປະ​ໂຫຍ​ດຈາກ​ທະ​ເລ​ເຊິ່ງຫວຽດນາມ ພວມ​ຂຸດ​ຄົ້ນ ​ແລະ ນຳ​ໃຊ້​ຢ່າງມີ​ປ​ະສິດທິ​ຜົນ ​ແລະ ຍືນ​ຍົງ. ຜ່ານ​ນັ້ນ, ​ເພື່ອນ​ມິດສາ​ກົນ​ສາມາດ​ມີ​ບັນດາຂໍ້​ມູນຕື່ມ​ອີກກ່ຽວ​ກັບ​ທະ​ເລ​ໝູ່ເກາະ​ຂອງ​ປະ​ເທດ​ຫວຽດນາມ. ຈາກ​ນັ້ນ​ຈະ​ມີ​ການ​ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນກ​ວ່າ​ອີກ​​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ”.

ຂ່າວ/ບົດ​ອື່ນ