ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ - ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 6

(vovworld)- ຕອນ​ບ່າຍ​ວັນ​ທີ 12/3 ຢູ່​ນະຄອນຫລວງ ວຽງ​ຈັນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ທ່ານ​ນາຍົກລັດຖະມົນຕີ ກຳ​ປູ​ເຈຍ ສົມ​ເດັດ ຮູ​ນ​ແຊນ, ຮອງ​ປະທານາທິບໍດີ ມ້ຽນ​ມາ Sai Mauk Kham ​ແລະ ​ທ່ານເລຂາທິການ​ໃຫຍ່ ອາ​ຊຽນ ​​ເລ​ເລືອ​ງມີນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸ​ມສຸດ​ຍອດ​ການ​ຮ່ວມ​ມື ກຳປູ​ເຈຍ, ລາວ, ມຽນມາ ​ແລະ ຫວຽດນາມ ຄັ້ງ​ທີ 6 (CLMV 6). ທີ່​ກອງ​ປະຊຸມ, ການ​ນຳ​ບັນດາ​ປະ​ເທດ​ໄດ້​ໝັ້ນ​ໝາຍ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​, ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ 4 ປະ​ເທດ, ຕີ​ລາຄາ​ສະພາບ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ ​ແລະ ​ໂຄງການ​ດຳ​ເນີນ​ງານ ນັບ​ແຕ່​ເມື່ອ​ກອງ​ປະຊຸມ CLMV ຄັ້ງ​ທີ 5 ຈັດ​ຂຶ້ນ​ຢູ່ ນະຄອນຫລວງ ພະນົມ​​ເປັນ​​ເມື່ອປີ 2010 ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ການ​ກຳນົດ​ທິດ​ຮ່ວມ​ມື​ໃນ​ອະນາຄົດ ​ເພ່ືອ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ​ລະຫວ່າງ 4 ປະ​ເທດ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ທີ່​ຍັງ​ເຫລືອ​ກໍ​ຄື​ມານະ​ພະຍາຍາມ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015 ສຳ​ເລັດ​ຜົນ. ກອງ​ປະຊຸມ​ເຫັນ​ດີ ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ສຸມ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ການ​ທ່ອງ​ທ່ຽວ, ປະຕິບັດ​ບັນດາ​ສັນຍາ​ຊື່​ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ບັນດາ​ຂອບ​ເຂດ​ສອງ​ຝ່າຍ, ຫລາຍ​ຝ່າຍ ລະ​ຫວ່າງ​​ປະ​ເທດຕ່າງໆ, ສື​ບຕໍ່​ນຳ​ໃຊ້​ຮູບ​ແບບ “ປະຕູ​ດຽວ - ຈຸດ​ນັດ​ພົບ​ດຽວ” ຢູ່​ບັນດາຄູ່ດ່າ​ນຊາຍ​ແດນອື່ນ ​ແນ​ໃສ່​ສ້າງ​ຄວາມ​ສະດວກ​ແກ່​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ, ການ​ລົງທຶນ​, ຜັນ​ຂະຫຍາຍ​ວິວັດທະນາ​ການ​ສ້າງ​ປະຊາ​ຄົມ​ໃນ​ອາ​ຊຽນ ​ແລະ ​ແຜນການ​ສັງ​ລວມ ອາ​ຊຽນ ກ່ຽວ​ກັບ​ການເຊື່ອມ​ຈອດ​ເພື່ອ​ຍູ້​ແຮງ​ວິວັດ​ການ​ເຊື່ອມ​ໂຍງ ​ ອາ​ຊຽນ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ທາງຄົມມະນາຄົມ, ນຳ​ໃຊ້​ບັນດາ​ແລວ​ເສດຖະກິດ​ໃນ​​ເຂດ ​ທີ່​ດີ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການຄົມມະນາຄົມ​ຢູ່​ບັນດາ​ເສັ້ນທາ​ງ​ເຊື່ອມ​ຕໍ່​ລະຫວ່າງ ລາວ, ມຽນມາ ​ແລະ ຫວຽດນາມ ​ແລະ ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ສັນຍາ​ຫລາຍ​ຝ່າຍ CLMV ກ່ຽວ​ກັບ​ບໍລິການ​ການບິນ.

ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ - ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 6 - ảnh 1
ການນຳ 5 ປະເທດ CLMV
ພາບ:TTXVN

ກ່າວ​ຄ​ຳ​ເຫັນທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ສະ​ເຫ​ນີ ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ 4 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ: ການ​ຄ້າ, ການ​ລົງທຶນ ​ແລະ ທ່ອງ​ທ່ຽວ. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນຫນັກ​ວ່າ: ລັດຖະບານ​ແຕ່ລະ​ປະ​ເທດ​ຄວນ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ດຳ​ເນີນ​ທຸລະ​ກິດ ​ແລະ ປະຕິບັດ​ບັນດາ​ຂໍ້​ຕົກລົງ ​ແລະ ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຄ້າ ​ແລະ ການ​ລົງທຶນ​ຊື່​ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ສັນຍາ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍຢ່າງ​ເຂັ້ມ​ງວດ.

ກ່ອນ​ຫນ້າ​ນັ້ນ, ຕອນ​ບ່າ​ຍວັນ​ດຽວ​ກັນ ທີ່​ກອງ​ປະຊຸມ​ສຸດ​ຍອດ​ເຂດ​ສາມຫລ່ຽມ​ພັດທະນາ ລາວ, ຫວຽດນາມ ​ແລະ ກຳປູ​ເຈຍ ຄັ້ງ​ທີ 7, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:

        “​ເພື່ອ​​ໃຫ້ການຮ່ວມ​ມືລະຫວ່າງ 3 ປະ​ເທດ ກຳປູ​ເຈຍ, ລາວ ​ແລະ ຫວຽດນາມ ບັນລຸ​ປະສິດທິ​ຜົນ​ສູງກວ່າ ​ແລະ ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ພາກ​ພື້ນກໍ​ຄື​ການ​ພົວພັນ​ລະຫວ່າງ 3 ປະ​ເທດ, ລັດຖະບານ 3 ປະ​ເທດ ຄວນ​ມີ​ບາດກ້າວ​ຢ່າງ​ແຂງ​ແຮງ ​ແລະ ​ເດັດດ່ຽວ​ກວ່າ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ພວກ​ເຮົາ​ພ້ອມ​ກັນ​ປຶກສາ​ຫາລື ຍົກ​ຄຳ​ເຫັນ​ຊີ້ນຳ ​ແລະ ຜັນ​ຂະຫຍາຍ​ບັນດາ​ມາ​ດຕະການ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຍົກ​ສູງກຳລັງ​ຄວາມ​ສາມາດ​ຜະລິດ, ລັກສະນະ​ແກ້ງ​ແຍ້​ງ ​ແລະ ຄວາມ​ສາມາດ​ດຶງ​ດູດ​ການ​ລົງທຶນ, ຫນູນ​ຊ່ວຍ​ຈາກ​ພາຍ​ນອດຂອງ 13 ​ແຂວງ​ໃນ​ເຂດ​ສາມຫລ່ຽມ​ພັດທະນາ.”

ຂ່າວ/ບົດ​ອື່ນ