ກອງປະຊຸມສຸດຍອດທຸລະກິດຫວຽດນາມ

(VOVWORLD) -ກອງປະຊຸມສຸດຍອດທຸລະກິດຫວຽດນາມ ໃນຂອບເຂດກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນປີ 2018 ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 13 ກັນຍາ ຢູ່ ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ Borge Brende ປະທານເວທີປາໄສເສດຖະກິດໂລກ (WEF) ພອ້ມດ້ວຍນັກບັນລະຍາຍສຳຄັນຫລາຍທ່ານໄດ້ເຂົ້າຮ່ວມກອງປະຊຸມ.

 ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກອອກສານກ່ຽວກັບການຮ່ວມເດີນທາງເພື່ອການພັດທະນາຂອງບັນດານັກລົງທຶນສາກົນຂອງຫວຽດນາມ.

 ກອງປະຊຸມສຸດຍອດທຸລະກິດແມ່ນການສືບທອດຢ່າງມີວິທະຍາສາດເພື່ອຫັນບັນດາແຜນນະໂຍບາຍການກຳນົດທິດນະໂຍບາຍໃຫຍ່ຂອງ WEF ອາຊຽນ ເຂົ້າໃນຊີວິດເພື່ອພັດທະນາເສດຖະກິດຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ການຄ້າໂລກພວມຢືນຢູ່ຕໍ່ຫນ້າສິ່ງທົດສອບຫລາຍຢ່າງ ແຕ່ເຖິງແນວໃດກໍຕາມ ຍາມໃດຫວຽດນາມກໍ່ມີຄວາມສະເຫມີຕົ້ນສະເຫມີປາຍຖືບັນດາຜົນປະໂຫຍດຈາກການຄ້າເສລີເປັນສຳຄັນ ແລະ ມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບບັນດາກາລະໂອກາດຮ່ວມມືເປີດກວ້າງ ດ້ວຍບັນຫາຕົ້ນຕໍ ແມ່ນສັນຕິພາບ ແລະ ໂລກາພິວັດ.ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

        “ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາ ສວມບົດບາດໃນການສ້າງສັນເພື່ອພັດທະນາ ຮ່ວມເດີນທາງກັບບັນດາວິສາຫະກິດຕ່າງປະເທດໃນທັງໝົດວິວັດການເຄື່ອນໄຫວຢູ່ຫວຽດນາມ. ລັດຖະບານຫວຽດນາມ ມີຄວາມປາດຖະຫນາຢາກໃຫ້ກຸ່ມວິສາຫະກິດ, ວິສາຫະກິດ FDI ມີຄວາມເປີດອົກເປີດໃຈກວ່າໃນນະໂຍບາຍສະຫນອງຂອງຕົນ, ສ້າງກາລະໂອກາດໃຫ້ບັນດາວິສາຫະກິດຫວຽດນາມ ຫລາຍກວ່າອີກເພື່ອເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ່າ, ບຳລຸງສ້າງແຫ່ງຊັບພະຍາກອນມະນຸດໃຫ້ຫວຽດນາມ.”

ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກແລ້ວ, ໃນສະພາບການເສດຖະກິດໂລກຍັງມີການຜັນແປຫລາຍຢ່າງ, ການເຕີບໂຕເສດຖະກິດຂອງຫວຽດນາມ ຍັງຄົງໄດ້ຮັບການຮັກສາໃນ top ບັນດາປະເທດມີລະດັບການເຕີບໂຕສູງໃນໂລກ. ຫວຽດນາມ ມີຄວາມຄືບຫນ້າໃຫຍ່ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລົງທຶນຢູ່ຫວຽດນາມ. ຕາມການສະຖິຕິຫວ່າງແລ້ວນີ້ ຫວຽດນາມ ມີວິສາຫະກິດ FDI ກວ່າ 26.000ແຫ່ງ ພວມເຄື່ອນໄຫວ, ໃນນັ້ນ ມີກຸ່ມວິສາຫະກິດແຖວຫນ້າຂອງໂລກຫລາຍແຫ່ງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ຕື່ມອີກວ່າ:

“ຫວຽດນາມ ແມ່ນປະເທດສະມາຊິກ ຂອງ WTO ແລະ ໄດ້ເຂົ້າຮ່ວມ 12 ສັນຍາການຄ້າເສລີ ແລະ ສັນຍາການຄ້າໃຫມ່ CPTPP ພວມໄດ້ຮັບການໃຫ້ສັດຕະຍາບັນ ຕໍ່ມາແມ່ນສັນຍາການຄ້າເສລີກັບ ອີຢູ ແລະ RCEP ຈະໄດ້ຮັບການລົງນາມໃນທ້າຍປີນີ້.”

ມ້ວນທ້າຍ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ ໄຊຊະນະຂອງບັນດານັກລົງທຶນຕ່າງປະເທດ ເມື່ອລົງທຶນດຳເນີນທຸລະກິດຢູ່ຫວຽດນາມ ກໍ່ແມ່ນໄຊຊະນະຂອງລັດຖະບານຫວຽດນາມ. ທ່ານນາຍົກລັດຖະມົນຕີ ປາດຖະຫນາຢາກບັນດານັກລົງທຶນຕ່າງປະເທດປະກອບສ່ວນຫລາຍກວ່າອີກເຂົ້າໃນການວາງແຜນກຳນົດນະໂຍບາຍ, ບໍລິຫານເສດຖະກິດມະຫາພາກ ແລະ ພັດທະນາເສດຖະກິດສັງຄົມຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ