ກອງປະຊຸມສຸດຍອດນະຄອນອັດສະລິຍະ

(VOVWORLD) - ຕອນເຊົ້າວັນທີ 18 ກັນຍາ, ຢູ່ ຮ່າໂນ້ຍ ໄດ້ໄຂກອງປະຊຸມສຸດຍອດກ່ຽວກັບນະຄອນອັດສະລິຍະ ASOCIO 2018 - ຮ່າໂນ້ຍ .
ກອງປະຊຸມສຸດຍອດນະຄອນອັດສະລິຍະ - ảnh 1ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ  (ພາບ:ອິນເຕີເນັດ )

ກອງປະຊຸມເພື່ອແນໃສ່ແບ່ງປັນວິໄສທັດ, ຍຸດທະສາດ, ນະໂຍບາຍ ແລະ ບົດຮຽນໃນການກໍ່ສ້າງນະຄອນອັດສະລິຍະ; ຊຸກຍູ້ການກໍ່ສ້າງພັດທະນາບັນດາຕົວເມືອງອັດສະລິຍະຢູ່ ຫວຽດນາມ ແລະ ບັນດາປະເທດໃນພາກພື້ນ ໂດຍຜ່ານການຜັນຂະຫຍາຍບັນດາຊອບແວບົນພື້ນຖານເຕັກໂນໂລຊີໃໝ່. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: ນາຍົກລັດຖະມົນຕີໄດ້ໃຫ້ສັດຕະຍາບັນແຜນຮ່າງການພັດທະນາຕົວເມືອງອັດສະລິຍະ ຫວຽດນາມ ແບບຍືນຍົງໄລຍະ 2018 – 2025 ແລະ ກຳນົດທິດເຖິງປີ 2030. ເປົ້າໝາຍຂອງແຜນຮ່າງນີ້ ແມ່ນພັດທະນາຕົວເມືອງອັດສະລິຍະແບບຍືນຍົງຢູ່ ຫວຽດນາມ, ມຸ່ງໄປເຖິງການເຕີບໂຕຂຽວ, ຍືນຍົງ…ພ້ອມກັນນັ້ນ ແມ່ນຂຸດຄົ້ນຢ່າງສຸດຂີດຊັບພະຍາກອນ, ມະນຸດ, ຍົກສູງຄຸນນະພາບຊີວິດການເປັນຢູ່, ຮັບປະກັນສ້າງເງື່ອນໄຂໃຫ້ບັນດາອົງການ, ບຸກຄົນ, ປະຊາຊົນເຂົ້າຮ່ວມການຄົ້ນຄ້ວາ, ລົງທຶນກໍ່ສ້າງ, ຄຸ້ມຄອງການພັດທະນາຕົວເມືອງອັດສະລິຍະ. ຮອດປີ 2020ຢູ່ ຫວຽດນາມ ມີຕົວເມືອງຢ່າງໜ້ອຍສຸດ 3  ແຫ່ງໄດ້ໃຫ້ອະນຸມັດແຜນຮ່າງສັງລວມກ່ຽວກັບການພັດທະນາຕົວເມືອງອັດສະລິຍະ ແລະ ຈັດຕັ້ງປະຕິບັດລົງທຶນພື້ນຖານໂຄງລ່າງພັດທະນາ…

 

ຕອບກັບ

ຂ່າວ/ບົດ​ອື່ນ