ກອງປະຊຸມສຸດຍອດປະຊາຄົມການເມືອງເອີລົບ ເນັ້ນໜັກເຖິງຄວາມໝັ້ນຄົງເຂດຊາຍແດນ

(VOVWORLD) - ຄວາມໝັ້ນຄົງຢູ່ເຂດຊາຍແດນແມ່ນບັນຫາຈຸດສຸມສຳລັບລາຊະອານາຈັກ ອັງກິດ ໃນການສ້າງຕັ້ງການພົວພັນກັບສະຫະພາບເອີລົບ (ອີຢູ) ຄືນໃໝ່.
ກອງປະຊຸມສຸດຍອດປະຊາຄົມການເມືອງເອີລົບ ເນັ້ນໜັກເຖິງຄວາມໝັ້ນຄົງເຂດຊາຍແດນ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer
(ພາບ: Reuters/TTXVN)

        ກອງປະຊຸມສຸດຍອດປະຊາຄົມການເມືອງ ເອີລົບ (EPC) ຄັ້ງທີ 4, ໄຂຂຶ້ນໃນວັນທີ 18 ກໍລະກົດ, ຢູ່ລາຊະອານາຈັກ ອັງກິດ. ກອງປະຊຸມໄດ້ເຕົ້າໂຮມການນຳ ເອີລົບ ເກືອບ 50 ທ່ານ ເພື່ອປຶກສາຫາລືບັນດາສິ່ງທ້າທາຍຂອງທະວີບ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ເນັ້ນໜັກວ່າ, ຄວາມໝັ້ນຄົງຢູ່ເຂດຊາຍແດນແມ່ນບັນຫາຈຸດສຸມສຳລັບລາຊະອານາຈັກ ອັງກິດ ໃນການສ້າງຕັ້ງການພົວພັນກັບສະຫະພາບເອີລົບ (ອີຢູ) ຄືນໃໝ່. ຕາມທ່ານນາຍົກລັດຖະມົນຕີ ອັງກິດ ແລ້ວ, ເອີລົບ ຕ້ອງສາມັກຄີກັນ ແລະ ມີການກະທຳຫຼາຍກວ່າອີກ ເພື່ອປົກປັກຮັກສາເຂດຊາຍແດນຂອງທະວີບ ແລະ ກອງປະຊຸມແມ່ນໂອກາດເພື່ອສ້າງທິດທາງບັນດາມາດຕະການແກ້ໄຂສຳລັບບັນຫາອົບພະຍົບຢ່າງຜິດກົດໝາຍຢູ່ພາກພື້ນ. ທ່ານຖືວ່າ, ບັນດາສິ່ງທ້າທາຍທີ່ສັບສົນເຊິ່ງ ເອີລົບ ພວມປະເຊີນໜ້າແມ່ນບໍ່ສາມາດແກ້ໄຂແບບຕ່າງຫາກໄດ້ ແລະ ບັນດາປະເທດຕ້ອງຮ່ວມມືກັນເພື່ອຍົກອອກມາດຕະການແກ້ໄຂ. ນອກນັ້ນ, ກອງປະຊຸມກໍ່ປຶກສາຫາລືບັນຫາປະຊາທິປະໄຕ ແລະ ຄວາມໝັ້ນຄົງດ້ານພະລັງງານຂອງທະວີບ.

ຕອບກັບ

ຂ່າວ/ບົດ​ອື່ນ