ກອງປະຊຸມສຸດຍອດລັດຖະບານໂລກ 2023 ດ້ວຍຫົວຂໍ້ສ້າງບັນດາລັດຖະບານໃນອະນາຄົດໃຫ້ເປັນຮູບປະທຳ

(VOVWORLD) - WGS 2023 ມີການເຂົ້າຮ່ວມຂອງປະທານາທິບໍດີ 20 ທ່ານ, ໃນນັ້ນມີທ່ານປະທານາທິບໍດີ Senegal ພ້ອມທັງເປັນປະທານສະຫະພັນ ອາບຟຣີກາ (AU) Macky Sall, ທ່ານປະທານາທິບໍດີ Paraguay Mario Abdo Benitez
ກອງປະຊຸມສຸດຍອດລັດຖະບານໂລກ 2023 ດ້ວຍຫົວຂໍ້ສ້າງບັນດາລັດຖະບານໃນອະນາຄົດໃຫ້ເປັນຮູບປະທຳ - ảnh 1(ພາບ:World Government Summit)

ກອງປະຊຸມສຸດຍອດລັດຖະບານໂລກ (WGS) 2023 ດ້ວຍຫົວຂໍ້: “ສ້າງບັນດາລັດຖະບານອະນາຄົດໃຫ້ເປັນຮູບປະທຳ” (WGS 2023) ຈັດຂຶ້ນໃນວັນທີ 13 – 14 ກຸມພາ ຢູ່ນະຄອນ Dubai, ສະຫະລັດ ອາຣັບ ເອມີເລັດ (UAE).

        WGS 2023 ມີການເຂົ້າຮ່ວມຂອງປະທານາທິບໍດີ 20 ທ່ານ, ໃນນັ້ນມີທ່ານປະທານາທິບໍດີ Senegal ພ້ອມທັງເປັນປະທານສະຫະພັນ ອາບຟຣີກາ (AU) Macky Sall, ທ່ານປະທານາທິບໍດີ Paraguay Mario Abdo Benitez ແລະ ທ່ານປະທານາທິບໍດີ Azerbaijan Ilham Aliyev. ລັດຖະມົນຕີກ່ວາ 250 ທ່ານ, ມີກ່ວາ 10.000 ທ່ານທີ່ເປັນເຈົ້າໜ້າທີ່ລັດຖະບານ, ບັນດາການນຳດ້ານແນວຄິດ ແລະ ນັກຊ່ຽວຊານໃນທົ່ວໂລກ, ພ້ອມກັບຜູ້ຕາງໜ້າຂອງກ່ວາ 80 ອົງການສາກົນ ແລະ ພາກພື້ນເຂົ້າຮ່ວມເຫດການນີ້.

        WGS ໄດ້ຈັດຂຶ້ນປະຈຳປີຢູ່ Dubai ຄືດັ່ງເວທີປາໄສສະຫງວນໃຫ້ເຈົ້າໜ້າທີ່ລັດຖະບານ ແລະ ບັນດາການນຳດ້ານແນວຄິດ. WGS ກໍ່ແມ່ນເວທີປາໄສເພື່ອໃຫ້ບັນດາການນຳວິສາຫະກິດ ແລະ ພາກເອກະຊົນພິຈາລະນາບັນດານະໂຍບາຍຂອງລັດຖະບານກໍ່ຄືບັນຫາປ່ຽນໃໝ່ເຕັກໂນໂລຊີ ແລະ ຫຼາຍຫົວຂໍ້ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ