ກອງປະຊຸມສຸດຍອດລັດເຊຍ - EU ປຶກສາຫາລືບັນດາບັນຫາຮ່ວມມືດ້ານພະລັງງານ ແລະ ຄວາມໝັ້ນຄົງ

ກອງປະຊຸມສຸດຍອດລັດເຊຍ - EU ປຶກສາຫາລືບັນດາບັນຫາຮ່ວມມືດ້ານພະລັງງານ ແລະ ຄວາມໝັ້ນຄົງ - ảnh 1
ພາບປະກອບ ຈາກອີນເຕີເນັດ

(vovworld) – ກອງປະຊຸມສຸດຍອດ​ລັດເຊຍ - ສະຫະພາບ ເອີລົບ (ຫຼື EU) ຄັ້ງ​ທີ 29 ​ໄດ້​​ໄຂ​ຂຶ້ນ​ເມື່ອ​ວັນ​ທີ 3/6, ຢູ່ St. Petersburg, ສະຫະພັນ​ລັ​​ດ​ເຊຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ແລະ ບັນດາ​ການ​ນຳ EU ​ໂດຍ​ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ແລະ ປະທານ​ຄະນະ​ກຳມະການ​ເອີ​ລົບ (ຫຼື EC) Jose Manuel Barroso ນຳ​ໜ້າ. ​ທີ່​ການ​ເຮັດ​ວຽກ​ໃນ​ວັນ​ທີ 4/6, ບັນດາ​ການ​ນຳ​ລັດ​ເຊຍ ​ແລະ EU ​ໄດ້​ສຸມ​​ໃສ່​ປຶກສາ​ຫາລື ກ່ຽວ​ກັບ​ວິ​ວິດ​ການ​ເສດຖະກິດ - ການ​ເງິນ ຢູ່​ເອີ​ລົບ, ວິວັດ​ການ​ຮ່ວມ​ສຳ​ພັນ​ພາຍຫຼັງ​ສະ​ໄໝ​ສະຫະພາບ ​ໂຊ​ວຽດ ກໍ​ຄື​ສະພາບ​ການ​ຢູ່​ຊີຣີ ​ແລະ ອີຣານ. ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ການປຶກສາ​ຫາລື​ແງ່​ຫວັງ​ການ​ຮ່ວມ​ມື​ດ້ານ​ເສ​ດຖະກິດ - ການ​ຄ້າ​ລະຫວ່າງ​ລັດ​ເຊຍ ​ແລະ EU ​ໃນ​ສະພາບ​ການທີ່ ​ລັດ​ເຊຍ ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ (ຫຼື WTO) ກໍ​ຄື​ວິວັດ​ການ​ເຊື່ອມ​ຕໍ່ ອາຊີ - ​ເອີ​ລົບ. ບັນດາ​ບັນຫາ​ແກ່​ນສານ​ອື່ນໆ ທີ່​ກອງ​ປະຊຸມ​ຄັ້ງ​ນີ​້ນັ້ນແມ່ນ​ການ​ຮ່ວມ​ມື​ດ້ານ​ພະລັງງານ ​ເຊິ່ງປະຈຸ​ບັນ ຕາມ​ລັດ​ເຊຍ ​ແລ້ວ ​ແມ່ນ​ພວມ​ພັດທະນາ​ຢ່າງ​ຕັ້ງໜ​້າ, ບັນຫາ​ຫັນ​ໄປ​ສູ່​ລະບອບ​ຍົກ​ເວັ້ນ​ວິຊາ​ເຂົ້າ​ເມືອງ​ໄລຍະ​ສັ້ນ​ລະຫວ່າງ ລັ​ດ​ເຊຍ ​ແລະ EU. ກອງ​ປະຊຸມ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ການ​ນຳ​ລັດ​ເຊຍ ​ແລະ EU ພິຈາລະ​ນາ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ທົ່ວ​ໂລກ, ບັນດາການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ​ເສດຖະກິດ​ລະຫວ່າງ​ລັດ​ເຊຍ ​ແລະ EU ກໍ​ຄື​ບັນດາ​ມາດ​ຕະການ​ແກ້​ໄຂ​ວິ​ວິດ​ການ​ການ​ເງິນ​ໂລກ.

ຂ່າວ/ບົດ​ອື່ນ