ກອງປະຊຸມສຸດຍອດລັດເຊຍ,ອີຣານແລະອາແຊກໄບຢານອອກຖະແຫຼງການຮ່ວມ

ກອງປະຊຸມສຸດຍອດລັດເຊຍ,ອີຣານແລະອາແຊກໄບຢານອອກຖະແຫຼງການຮ່ວມ - ảnh 1
ກອງ​ປະຊຸມ​ສຸດ​ຍອດ ລັດ​ເຊຍ, ອີຣານ ​ແລະ ອາ​ແຂກ​ໄບຢານ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ​ ​ ວັນ​ທີ 08 ສິງ​ຫາ, ກອງ​ປະຊຸມ​ສຸດ​ຍອດ ລັດ​ເຊຍ, ອີຣານ ​ແລະ ອາ​ແຂກ​ໄບຢານ ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ Baku, ອາ​ແຊກ​ໄບຢານ ສິ້ນ​ສຸດ​ລົງ ​ແລະ ອອກ​ຖະ​ແຫຼ​ງການ​ຮ່ວມ. ຖະ​ແຫຼ​ງການ​ຮ່ວມ​ເນັ້ນ​ໜັກ​ເຖິງ ຄວາມ​ຕັດສິນ​ໃຈ​ຂອງ 3 ຝ່າຍ​ກ່ຽວ​ກັບ​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ຫົວ​ຮຸນ​ແຮງ, ອາດ​ຊະ​ຍາກ​ຳມີ​ການຈັດ​ຕັ້ງ​ຂ້າມຊາຍ​ແດນ, ຂ້າ​ຂາຍ​ອາວຸດ​, ຢາ​ເສບ​ຕິດ, ການ​ຄ້າ​ມະນຸດ ​ແລະ ອາດຊະຍາ​ກຳ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານຢ່າງ​ຜິດ​ກົດໝາຍ. 3 ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ສະ​ເໝີ​ພາບ ​ແລະ ຕ່າງ​ຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງຮອບດ້ານ, ກໍ່​ຄື​ເຮັດ​ໃຫ້ຄູ່​ເຈລະຈາ​ດ້ານ​ການ​ເມືອງຢູ່​ທຸກ​ຂັ້ນທີ່ຕາງ​ກັນ ກ່ຽວກັບທຸກບັນຫາ ເຊິ່ງບັນດາ​ຝ່າຍ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ເລິກ​​ເຊິ​ງ ​ແລະ ກ້ວາງ​ຂວາງ.

ຂ່າວ/ບົດ​ອື່ນ