ກອງປະຊຸມສຸດຍອດວິສາມັນ ອີຢູ ຮັບຮອງເອົາມາດຕະການລົງໂທດສຳລັບ ລັດເຊຍ

(VOVWORLD) -ບັນດາມາດຕະການລົງໂທດດັ່ງກ່າວກ່ຽວຂ້ອງເຖິງຂົງເຂດການເງິນ, ພະລັງງານ, ການຂົນສົ່ງແລະ ການຄ້າ, ກໍຄືຢຸດຕິການທ່ອງທ່ຽວຍົກເລີກວີຊາໄປຍັງເອີລົບ ສຳລັບບັນດານັກການທູດ ລັດເຊຍ.
ກອງປະຊຸມສຸດຍອດວິສາມັນ ອີຢູ ຮັບຮອງເອົາມາດຕະການລົງໂທດສຳລັບ ລັດເຊຍ - ảnh 1ກອງປະຊຸມສຸດຍອດ ອີຢູ
(ພາບປະກອບ: THX/TTXVN)

ຕອນຄ່ຳວັນທີ 24 ກຸມພາ (ຕາມເວລາ ບຣຸກແຊນ), ທີ່ກອງປະຊຸມສຸດຍອດວິສາມັນສະຫະພາບເອີລົບ (ອີຢູ) ກ່ຽວກັບວິກິດການ ຢູແກຼນ - ລັດເຊຍ, ບັນດາການນຳ ອີຢູ ໄດ້ຮັບຮອງເອົາມາດຕະການ ລົງໂທດສຳລັບ ລັດເຊຍ ໂດຍຄະນະກຳມະການເອີລົບ ສະເໜີ.

ບັນດາມາດຕະການລົງໂທດດັ່ງກ່າວກ່ຽວຂ້ອງເຖິງຂົງເຂດການເງິນ, ພະລັງງານ, ການຂົນສົ່ງແລະ ການຄ້າ, ກໍຄືຢຸດຕິການທ່ອງທ່ຽວຍົກເລີກວີຊາໄປຍັງເອີລົບ ສຳລັບບັນດານັກການທູດ ລັດເຊຍ. ມາດຕະການລົງໂທດ ກໍ່ສະເໜີໃຫ້ ປິດລ້ອມຊັບສົມບັດ ແລະ ຫ້າມການໄປມາສຳລັບສ່ວນບຸກຄົນ ລັດເຊຍ ແລະ ເບລາຣຸດ ທີ່ກ່ຽວຂ້ອງເຖິງເລື່ອງກະກຽມບັ້ນຮົບດ້ານການທະຫານໃນປະຈຸບັນຂອງ ລັດເຊຍ ຢູ່ ຢູແກຼນ, ເຊັ່ນວ່າບັນດາສະມາຊິກຂອງສະພາຄວາມໝັ້ນຄົງແຫ່ງຊາດ ລັດເຊຍ.

ພາຍຫຼັງການນຳບັນດາປະເທດ ອີຢູ ຮັບຮອງເອົາ, ມາດຕະການລົງໂທດດັ່ງກ່າວຈະສ້າງເປັນເອກະສານດ້ານນິຕິກຳ, ເຊິ່ງບັນດາລັດຖະມົນຕີການຕ່າງປະເທດ ອີຢູ ຮັບຮອງເອົາຢ່າງເປັນທາງການໃນວັນທີ 25 ກຸມພາ.

ກ່ອນໜ້ານັ້ນ, ວັນທີ 24 ກຸມພາ, ທ່ານນາງໂຄສົກກະຊວງການຕ່າງປະເທດລັດເຊຍ Maria Zakharova ກໍ່ອອກຖະແຫຼງໂດຍໃຫ້ຮູ້ວ່າ, ລັດເຊຍ ຈະໂຕ້ຕອບພາຍຫຼັງທີ່ບັນດາປະເທດຝ່າຍຕາເວັນຕົກ ຊອກຫາວິທີເພື່ອລົງໂທດ ລັດເຊຍ ຍ້ອນຄວາມເຄັ່ງຕຶງຢູ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ