ກອງ​ປະ​ຊຸມ​ສຸດຍອດ​ວິ​ສາ​ມັນ​ຂອງ EU ຊອກ​ຫາ​ມາດ​ຕະ​ການ​ໃຫ້​ແກ່​ບັນ​ດາ​ສິ່ງ​ທ້າ​ທາຍ

(VOVWORLD) - ວັນທີ 17 – 18 ເມສາ, ກອງປະຊຸມສຸດຍອດວິສາມັນຂອງບັນດາການນຳ ສະຫະພາບເອີຣົບ (EU) ໄດ້ດຳເນີນຢູ່ນະຄອນຫຼວງ ບຣຸກແຊນ ຂອງ ແບນຊິກ ເພື່ອແນໃສ່ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນການຮັບມືກັບສິ່ງທ້າທາຍທີ່ພວມປະເຊີນໜ້າໃນປັດຈຸບັນ.
ກອງ​ປະ​ຊຸມ​ສຸດຍອດ​ວິ​ສາ​ມັນ​ຂອງ EU ຊອກ​ຫາ​ມາດ​ຕະ​ການ​ໃຫ້​ແກ່​ບັນ​ດາ​ສິ່ງ​ທ້າ​ທາຍ - ảnh 1 ກອງປະຊຸມສຸດຍອດວິສາມັນຂອງບັນດາການນຳ ສະຫະພາບເອີຣົບ (EU) (ພາບ: TTXVN)

ກ່ຽວກັບສະພາບການໃຊ້ຄວາມຮຸນແຮງປີນຂັ້ນໄດຢູ່ຕາເວັນອອກກາງ, ບັນດາການນຳ ເອີຣົບ ໄດ້ເຫັນດີເພີ່ມທະວີບັນດາມາດຕະການລົງໂທດສຳລັບ ອີຣານ. ການນຳ 27 ປະເທດ EU ກໍປຶກສາຫາລືກ່ຽວກັບເລື່ອງສົ່ງສານທີ່ຈຳເປັນເພື່ອຮຽກຮ້ອງບັນດາຝ່າຍຈົງລະງັບໃຈ ແລະ ຫຼີກລ້ຽງບໍ່ວ່າການກະທຳໃຊ້ຄວາມຮຸນແຮງໃດໆທີ່ສາມາດກໍ່ຜົນຕາມມາທີ່ຮ້າຍແຮງຢູ່ເຂດນີ້.

ກ່ຽວກັບບັນດາມາດຕະການຊຸກຍູ້ພື້ນຖານເສດຖະກິດເອີຣົບ, ບັນດາການນຳ EU ໄດ້ສະເໜີມາດຕະການຕ່າງໆເພື່ອກະຕຸ້ນເສດຖະກິດສ້າງກຳລັງແຮງຄືນໃໝ່ໃຫ້ແກ່ພື້ນຖານເສດຖະກິດຂອງພາກພື້ນ. ບັນດາມາດຕະການນີ້ອາດຈະລວມທັງການລົງທຶນເຂົ້າຂະແໜງອຸດສາຫະກຳທີ່ກ້າວໜ້າ, ຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາ, ກໍຄືເພີ່ມທະວີການຮ່ວມມືການຄ້າສາກົນ.

ນອກຈາກນັ້ນ, ບັນດາກອງປະຊຸມປຶກສາຫາລື ກໍສຸມໃສ່ການພິຈາລະນາຄືນນະໂຍບາຍດ້ານເສດຖະກິດທີ່ພວມມີໃນປັດຈຸບັນ ແລະ ຊອກຫາກາລະໂອກາດຮ່ວມມືໃໝ່ ເພື່ອເພີ່ມທະວີກຳລັງແກ້ງແຍ້ງຂອງ ເອີຣົບ ໃນຕະຫຼາດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ