ກອງປະຊຸມສຸດຍອດສະຫະພາບເອີລົບກັບສິ່ງທ້າທາຍຫຼາຍຢ່າງ

(vovworld) –  ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ເອີ​ລົບ (EU) ໄດ້​ໂຮມ​ປະ​ຊຸມ​ໃນ​​ລະ​ຫວ່າງວັນ​ທີ 20 – 21/10 ຢູ່​ນະ​ຄອນຫຼວງ ບ​ຣຸກ​ແຊນ - ລາ​ຊະ​ອາ​ນາ​ຈັກ​ແບນ​ຊິກ. ກອງ​ປະ​ຊຸມ​ໄດ້​ສຸ​ມ​ໃສ່​ປຶກ​ສາ​ຫາ​ລື 3 ຫົວ​ຂໍ້​ຕົ້ນ​ຕໍ​ແມ່ນ ບັນ​​ຫາ​ເຂົ້າ​ເມືອງ, ນະ​ໂຍ​ບາຍ​ດ້ານ​ກາ​ນ​ຄ້າ ແລະ ການ​ພົວ​ພັນ​ການ​ທູດ​ກັບ​ລັດ​ເຊຍ. ບັນ​​ດາ​ການ​ນຳ EU ປາດ​ຖະ​ໜາ​​ຢາກ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ທີ່​​ໄດ້ວາງ​ອອກ​ໃນ​ກອງ​ປະ​ຊຸ​ມ​ສຸດຍອດບໍ່​ເປັນ​ທາງ​ການ​ຢູ່ Bratislava ໃນ​ວັນ​ທີ 16/9 ຜ່ານ​ມາ ​ນັ້ນແມ່ນ​ສາ​ມັກ​ຄີ​​ກັນຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ, ເຊິ່ງ​ລວມ​ມີ​ການ​ຄວບ​ຄຸ​ມ​ຊາຍ​ແດນນອກ​ເອີ​ລົບ​ໜ້າ​ສະ​ພາບ​ຊາວ​ອົບ​ພະ​ຍ​ົບ​ເຂົ້າ​ເມືອງ, ເພີ່ມ​ທ​ະ​ວີ​ຕ້ານການກໍ່​ການ​ຮ້າຍ ແລະ ປັບ​ປຸງ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ກຸ່ມ. ແຕ່​ເດືອນ 9 ປີ​ກາຍມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ປະ​ເທດ EU ​ໄດ້ຫລຸດ​ຜ່ອນ​ຈຳ​ນວນ​ຜູ້​ເຂົ້າ​ເມືອງ​ຢ່າງ​ຜິດ​ກົດ​ໝາຍ​ຜ່ານ ເກັກ, ຕວກກ​ີ ແລະ ໄຊ​ປັ​ຣດ ​ເຖິງ 98%. EU ໄດ້​ເພີ່ມ​ທະ​ວີ​ຄວາມມາ​ນະ​ພະ​ຍາ​ຍາມ​ເພື່ອ​ຊ່ວຍ​ເຫຼືອ​ບັນ​ດາ​ປະ​ເທດ​ຮັບ​ເອົາ​ພົນ​ລະ​ເມືອງ​​ກັບຄືນ​ເມືອ​ບ້ານ​ເກີດ​ເມືອງນອນ. ໃນ 6 ເດືອນ​​ຕົ້ນ​ປີນີ້, ປະ​ລິ​ມານ​ຊາວ​ອົບ​ພະ​ຍົບ​​ຢ່າງຜິດ​ກົດ​ໝາຍ​​ເຊິ່ງ​ອົງ​ການ​ຕິດ​ຕາມກວດ​ກາ​ເຂດ​ຊາຍ​ແດນ ເອີ​ລົບ (FRONTEX) ໄດ້​ສົ່ງກັບ​ຄືນ​ ​ເມືອ​ປະ​ເທດ​ເພີ່ມ​ຂຶ້ນ​ທົບ 2 ເ​ທົ່າ​ເມື່ອ​ທຽບ​ໃສ່​​ປີ 2015.

ຂ່າວ/ບົດ​ອື່ນ