ກອງປະຊຸມສຸດຍອດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື ອາຊຽນ - ອິນເດຍ

(VOVWORLD) - ຕອນແລງວັນທີ 25 ມັງກອນ, ການນຳບັນດາປະເທດ ອາຊຽນ ແລະ ອິນເດຍ ໄດ້ຈັດຕັ້ງກອງປະຊຸມສຸດຍອດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືເຈລະຈາ ອາຊຽນ - ອິນເດຍ ຢູ່ ນິວແດນລີ, ອິນເດຍ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າເຂົ້າຮ່ວມກອງປະຊຸມ.
ກອງປະຊຸມສຸດຍອດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື ອາຊຽນ - ອິນເດຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: VGP)

ດ້ວຍຫົວຂໍ້ວ່າ “ແບ່ງປັນຄຸນຄ່າ, ຮ່ວມຊະຕາກຳ”, ການນຳບັນດາປະເທດ ອາຊຽນ ແລະ ອິນເດຍ ໄດ້ແລກປ່ຽນກ່ຽວກັບສະພາບການ ແລະ ແງ່ຫວັງການພັດທະນາຂອງສາຍພົວພັນ 2 ຝ່າຍຢ່າງເລິກເຊິ່ງກ້ວາງຂວາງ; ເຫັນດີເປັນເອກະພາບທິດກຳນົດ, ມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ກ່ວາອີກ. ບັນດາການນຳກໍ່ເຫັນດີເປັນເອກະສັນ ຈະສືບຕໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ເລິກເຊິ່ງກ່ວາໃນທຸກດ້ານ ໂດຍຜ່ານການປະຕິບັດແຜນການດຳເນີນງານ ອາຊຽນ - ອິນເດຍ 2016 – 2020 ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.

        ສິ້ນສຸດກອງປະຊຸມ, ການນຳ ອາຊຽນ ແລະ ອິນເດຍ ໄດ້ຮັບຮອງເອົາຖະແຫຼງການ Delhi, ວາງອອກວິໄສທັດ ແລະ ທິດທາງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອິນເດຍ ໃນຊຸມປີຈະມາເຖິງ.

        ກ່າວຄຳເຫັນທີ່ກອງປະຊຸມ, ດ້ວຍຖານະເປັນປະເທດປະສານງານການພົວພັນ ອາຊຽນ - ອິນເດຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີ 3 ຈຸດສຸມໃຫຍ່ໃຫ້ແກ່ການຮ່ວມມື, ນັ້ນແມ່ນ: ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ທີ 2 ແມ່ນເພີ່ມທະວີການເຊື່ອມຕໍ່, ລວມທັງການເຊື່ອມຕໍ່ພື້ນຖານໂຄງລ່າງທາງບົກ, ທາງທະເລ…ເຊື່ອມຕໍ່ດີຈີຕອນ ແລະ ການພົບປະແລກປ່ຽນປະຊາຊົນ. ທີ 3 ແມ່ນເພີ່ມທະວີການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ຮັບມືຕໍ່ບັນດາສິ່ງທ້າທາຍຄວາມໝັ້ນຄົງ ນັບທັງຄວາມໝັ້ນຄົງບໍ່ແມ່ນການທະຫານ ແລະ ຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ

        ແລກປ່ຽນກ່ຽວກັບການຮ່ວມມື ແລະ ຄວາມສະຫງົບປອດໄພຢູ່ທະເລ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ 2 ຝ່າຍເພີ່ມທະວີການສົມທົບກັນ ເພື່ອແນໃສ່ຮັບປະກັນການເຄົາລົບກົດໝາຍ, ໃນນັ້ນ ມີສົນທິສັນຍາກົດໝາຍວ່າດ້ວຍທະເລ 1982, ເພີ່ມທະວີການຮ່ວມມືສ້າງຄວາມໄວ້ເນື້ອເຊື່ອໃຈ ໂດຍຜ່ານບັນດາມາດຕະການຮ່ວມ ຮັບມືກັບບັນດາສິ່ງທ້າທາຍບົນທະເລ, ໃຫ້ບຸລິມະສິດສຸມໃສ່ພັດທະນາເສດຖະກິດທະເລຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ