ກອງປະຊຸມສຸດຍອດສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງອາຊຽນ-ການາດາ,ອາຊຽນ-ອີຢູ

(VOVWORLD) -ຕອນເຊົ້າວັນທີ 14 ພະຈິກ, ຢູ່ມານີລາ ປະເທດ ຟີລິບປີນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ -ການາດາ, ອາຊຽນ - ອີຢູ.
ກອງປະຊຸມສຸດຍອດສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງອາຊຽນ-ການາດາ,ອາຊຽນ-ອີຢູ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາການນຳ ອາຊຽນ, ການາດາ

ທີ່ກອງປະຊຸມສຸດຍອດສະເຫລີມສະຫລອງວັນສ້າງຕັ້ງການພົວພັນລະຫວ່າງອາຊຽນ-ການາດາ, ການາດາ ຢືນຢັນ ຈະສົມທົບຢ່າງແຫນ້ນແຟ້ນກັບ ອາຊຽນ ໃນການຊຸກຍູ້ການຜັນຂະຫຍາຍປະສິດທິຜົນແຜນການດຳເນີນງານ 2016-2020, ເພີ່ມທະວີການຫນູນຊ່ວຍ ອາຊຽນ ໃນຄວາມມານະພະຍາຍາມສ້າງປະຊາຄົມ ແລະ ປັບປຸງບົດບາດໃຈກາງຂອງ ອາຊຽນ. ສິ້ນສຸດກອງປະຊຸມ, ບັນດາການນຳໝັ້ນໝາຍຮ່ວມແຮງຮ່ວມໃຈສ້າງສາໂລກອັນດີງາມກວ່າ, ປອດໄພກວ່າ ແລະ ວັດທະນາຖາວອນກວ່າ ໃຫ້ແກ່ປະຊາຊົນໃນພາກພື້ນ ແລະ ໃນໂລກ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງ 3 ຂົງເຂດບຸລິມະສິດຄວນຊຸກຍູ້ການຮ່ວມມື ແລະ ສະເຫນີ ການາດາ ຫນູນຊ່ວຍ ອາຊຽນ ຍົກສູງກຳລັງຄວາມສາມາດຮັບປະກັນຄວາມໝັ້ນຄົງຢູ່ທະເລ, ບຳລຸງສ້າງນັກຊ່ຽວຊານດ້ານກົດໝາຍ ແລະ ແບ່ງປັນບົດຮຽນໃນການແກ້ໄຂຄວາມຂັດແຍ້ງກັນຢູ່ທະເລດ້ວຍກົດໝາຍສາກົນ.

ທີ່ກອງປະຊຸມສຸດຍອດສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາຊຽນ -ອີຢູ, ບັນດາການນຳ ອາຊຽນ ແລະ ອີຢູ ເຫັນດີສືບຕໍ່ຊຸກຍູ້ການຜັນຂະຫຍາຍແຜນການດຳເນີນງານ ອາຊຽນ - ອີຢູ ໄລຍະ 2018- 2022 ຢ່າງມີປະສິດທິຜົນ, ເນັ້ນຫນັກເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການເຊື່ອມຕໍ່ກວ່າອີກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ອາຊຽນ ແລະ ອີຢູ ຄວນສົມທົບກັນຢ່າງແຫນ້ນແຟ້ນໃນວິວັດການຜັນຂະຫຍາຍບັນດາໂຄງການຮ່ວມມືດ້ານເສດຖະກິດ, ການຄ້າ.

ຕອນບ່າຍວັນດຽວກັນ, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນຄັ້ງທີ 31 ແລະບັນດາກອງປະຊຸມກ່ຽວຂ້ອງ, ບັນດາການນຳ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກຄັ້ງທີ 12 ກັບ 8 ປະເທດຄູ່ຮ່ວມມື: ຈີນ, ຍີ່ປຸ່ນ, ສເກົາຫລີ, ອິນເດຍ, ອົດສະຕາລີ, ນິວຊີແລນ, ອາເມລິກາ ແລະ ລັດເຊຍ. ກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 15 ແລະເຫດການອື່ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ