ກອງປະຊຸມສຸດຍອດສ.ເກົາຫຼີແລະສປປ.ເກົາຫຼີ 2018: ການນຳ 2 ທ່ານເລີ່ມເຈລະຈາຢ່າງເປັນທາງການ

(VOVWORLD) -ພາຍຫຼັງບັນດາພິທີທີ່ມີລັກສະນະເປັນສັນຍາລັກຢູ່ເສັ້ນທາງຂີດເສັ້ນຊາຍແດນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ, ໃນເວລາ 10 ໂມງ 30 ນາທີ (ຕາມເວລາສ.ເກົາຫຼີ) ຂອງວັນທີ 27 ເມສາ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ການນຳ ສປປ.ເກົາຫຼີ Kim Jong un ໄດ້ເລີ່ມເຈລະຈາຄັ້ງປະຫວັດສາດ.

ກອງປະຊຸມສຸດຍອດສ.ເກົາຫຼີແລະສປປ.ເກົາຫຼີ 2018: ການນຳ 2 ທ່ານເລີ່ມເຈລະຈາຢ່າງເປັນທາງການ - ảnh 1ການນຳ 2 ທ່ານເລີ່ມເຈລະຈາຢ່າງເປັນທາງການ

(ພາບ: AFP/ TTXVN)

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານາທິບໍດີ Moon Jae in ຢືນຢັນວ່າ ການຢ້ຽມຢາມສ.ເກົາຫຼີ ຂອງທ່ານ Kim Jong un ໄດ້ເຮັດໃຫ້ບ້ານຢຸດຮົບ Panmunjom ກາຍເປັນສັນຍາລັກຂອງສັນຕິພາບ, ຫາກບໍ່ແມ່ນການແບ່ງແຍກ. ສ່ວນການນຳສປປ.ເກົາຫຼີ ສະແດງໃຫ້ເຫັນຄວາມຫວັງວ່າ ບັນດາການເຈລະຈາຢ່າງຈິງໃຈກັບທ່ານ Moon ຈະບັນລຸໄດ້ “ໝາກຜົນທີ່ດີ”, ເພື່ອແນໃສ່ແກ້ໄຂບັນດາບັນຫາໃນປະຈຸບັນຢູ່ແຫຼມເກົາຫຼີ.

      ໃນການພົບປະຄັ້ງນີ້, ຕາມໂຄງການດຳເນີນງານ 2 ຝ່າຍຈະປຶກສາຫາລືບັນດາບັນຫາສຳຄັນຄື ປອດນິວເຄຼຍໃນແຫຼມເກົາຫຼີ; ເລື່ອງຮັບປະກັນຄວາມໝັ້ນຄົງໃຫ້ສປປ.ເກົາຫຼີ ແລະ ຍົກເລີກບັນດາຄຳສັ່ງລົງໂທດ ເມື່ອສປປ.ເກົາຫຼີ ປະຕິບັດວຽກງານດັ່ງກ່າວ; ປັບປຸງການພົວພັນ 2 ຝ່າຍ, ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ, ບັນຫາບັນດາຄອບຄົວທີ່ຖືກພັດພາກຈາກກັນ, ຊຸກຍູ້ບັນດາໂຄງການຮ່ວມມືດ້ານການທູດປະຊາຊົນ ແລະ ບັນດາບັນຫາທີ່ກ່ຽວຂ້ອງອື່ນ. ສິ້ນສຸດການພົບປະ, ຄາດວ່າ 2 ຝ່າຍຈະອອກຖະແຫຼງການຮ່ວມ. ການນຳ 2 ທ່ານຈະຮັບປະທານອາຫານຄ່ຳນຳກັນ.

      ພາຍຫຼັງດຳເນີນການເຈລະຈາຄັ້ງທຳອິດລະຫວ່າງທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ການນຳສປປ.ເກົາຫຼີ Kim Jong un ເປັນເວລາ 2 ຊົ່ວໂມງ ໄດ້ສິ້ນສຸດລົງ. ຫ້ອງວ່າການປະທານາທິບໍດີສ.ເກົາຫຼີ ໃຫ້ຮູ້ວ່າ ການນຳສປປ.ເກົາຫຼີ ໄດ້ກັບເມືອປະເທດ ແລະ ການນຳ 2 ທ່ານຈະເຊື່ອມຕໍ່ການເຈລະຈາພາຍຫຼັງຕອນທ່ຽງ. ຕາມແຜນການ, ການນຳ 2 ທ່ານຈະປູກຕົ້ນໄມ້ຢູ່ເຂດຂີດເສັ້ນຊາຍແດນ ແລະ ເລີ່ມເຈລະຈາຄັ້ງທີ 2.

      ໃນເຫດການທີ່ກ່ຽວຂ້ອງ, ວັນທີ 27 ເມສາ, ພາຍຫຼັງກາຍເປັນການນຳສປປ.ເກົາຫຼີ ຜູ້ທຳອິດໄປສ.ເກົາຫຼີ ເລີ່ມຕົ້ນການພົບປະປະຫວັດສາດຄັ້ງສຸດຍອດ, ທ່ານ Kim Jong un ໄດ້ຂຽນໃສ່ປຶ້ມບັນທຶກດ້ວຍສານທີ່ເນັ້ນໜັກວ່າ “ໜ້າປະຫວັດສາດໃໝ່ໄດ້ຮັບການເລີ່ມຕົ້ນນັບແຕ່ຈຸດເວລານີ້ - ຈຸດເລີ່ມຕົ້ນຂອງປະຫວັດສາດ ແລະ ສັງກະລາດສັນຕິພາບ”.

      ກ່ອນໜ້ານັ້ນ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ການນຳ Kim Jong un ໄດ້ຈັບມືກັນຢູ່ເຂດຂີດເສັ້ນຊາຍແດນລະຫວ່າງ 2 ພາກເກົາຫຼີ, ເປັນການເປີດສາກເຫດການປະຫວັດສາດທີ່ພວມລໍຄອຍນີ້. ນີ້ແມ່ນຄັ້ງທຳອິດທີ່ການນຳສປປ.ເກົາຫຼີ ທ່ານໜຶ່ງໄປສ.ເກົາຫຼີ ນັບແຕ່ ສົງຄາມເກົາຫຼີ ສິ້ນສຸດລົງເມື່ອປີ 1953.

        ພາຍຫຼັງການນຳ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ເລີ່ມຕົ້ນການພົບປະຄັ້ງປະຫວັດສາດ ໃນວັນທີ 27 ເມສາ, ທຳນຽບຂາວກໍ່ສະແດງຄວາມຫວັງວ່າ, ການພົບປະຄັ້ງນີ້ຈະບັນລຸໄດ້ບາດກ້າວກ່ຽວກັບສັນຕິພາບ ແລະ ຄວາມວັດທະນາຖາວອນໃຫ້ແຫຼມເກົາຫຼີ.

      ໃນເຫດການທີ່ກ່ຽວຂ້ອງ, ລັດເຊຍ ສະແດງການສະໜັບສະໜູນ ແລະ ຢືນຢັນຄວາມປາດຖະໜາຢາກໃຫ້ກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ  ແລະ ສປປ.ເກົາຫຼີ ທີ່ດຳເນີນຢູ່ບ້ານຢຸດຮົບ Panmunjom ບັນລຸຜົນສຳເລັດ.

      ວັນທີ 27 ເມສາ, ລັດຖະບານຍີ່ປຸ່ນ ກໍ່ສະແດງຄວາມຫວັງວ່າ ການນຳສປປ.ເກົາຫຼີ ແລະ ສ.ເກົາຫຼີ ຈະມີບັນດາການປຶກສາຫາລືຢ່າງ “ເຂັ້ມງວດ” ກ່ຽວກັບການປອດນິວເຄຼຍໃນແຫຼມເກົາຫຼີ ທີ່ກອງປະຊຸມສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ພວມດຳເນີນຢູ່ຫໍສັນຕິພາບ, ທາງພາກໃຕ້ເຂດປອດການທະຫານ (DMZ) ລະຫວ່າງ 2 ພາກ.

ຕອບກັບ

ຂ່າວ/ບົດ​ອື່ນ