ກອງປະຊຸມສຸດຍອດອີຢູ: ອັງກິດແລະອີຢູຍັງບໍ່ທັນບັນລຸໝາກຜົນໃດໆໃນການປະຊຸມມື້ທຳອິດ

ກອງປະຊຸມສຸດຍອດອີຢູ: ອັງກິດແລະອີຢູຍັງບໍ່ທັນບັນລຸໝາກຜົນໃດໆໃນການປະຊຸມມື້ທຳອິດ - ảnh 1
(ພາບ​ປະ​ກອບ)

(vovworld) –​ ຕອນ​ເຊົ້າ​ວັນ​ທີ 19/02, ກ່າວ​ຄຳ​ເຫັນ​ພາຍ​ຫຼັງ​ສິ້ນ​ສຸດມື້​​ທຳ​ອິດ​ຂອງກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ຢູ່ບ​ຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ທ່ານ​ປະ​ທານ​ສະ​ພາ​ເອີ​ລົບ Donald Tusk ກ່າວ​ເຕືອນ​ວ່າ, ເຖິງວ່າ​ໄດ້​ມີ​ຄວາມ​ກ້າວ​ໜ້າ​ບາງ​ຢ່າງ​ໃນ​ການ​ເຈ​ລະ​ຈາ​ກໍ​ຕາມ, ແຕ່​ຍັງ​ມີ​ວຽກ​ງານຫຼາຍຢ່າງ​ຕ້ອງ​ເຮັດເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ ແນ​ໃສ່​ຮັກ​ສາ​ອັງ​ກິດ ເປັນ​ສະ​ມາ​ຊິກ ອີ​ຢູ. ໃນ​ຂະ​ນະ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ໄດ້​ສະ​ເໜີ​ໃຫ້​ບັນ​ດາ​ການ​ນຳ ອີ​ຢູ ຕ້ອງ​ມີ​ວິ​ທີ​ສຳ​ພັດ “ປອງດອງ​ກັນ” ກັບ​ອ​ັງ​ກິດ, ໃນ​ສະ​ພາບ​ທີ່ 2 ຝ່າຍ​ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ໝາກ​ຜົນ​ໃດໆ ພາຍ​ຫຼັງ​​ການ​ເຈ​ລະ​ຈາ​ມື້ທຳ​ອິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ກໍ​ຫວັງ​ວ່າ, ​ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ໜຶ່ງ​ໃນ​ມື້​ສຸດ​ທ້າຍ​ຂອງກອງ​ປະ​ຊຸມ​ເພື່ອ​ໃຫ້​ທ່ານ​ດຳ​ເນີນ​ການ​ເອົາ​ປະ​ຊາ​ມະ​ຕິ​ໃນ​ເດືອນ 06 ​ ຈະ​ມາ​ເຖິງ ກ່ຽວ​ກັບ​ເລື່ອງ​ອັງ​ກິດ ຂະ​ສືບ​ຕໍ່​ເປັນ​ສະ​ມາ​ຊິກ​ຂອງ​ອີ​ຢູ ຫຼື ບໍ່.

ຂ່າວ/ບົດ​ອື່ນ