ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ 37 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ໄດ້​ດຳ​ເນີນ​ຕາມ​ຮູບ​ການ​ທາງ​ອອນ​ລາຍ

(VOVWORLD) - ຕາມການລາຍງານຂອງ ກະຊວງການຕ່າງປະເທດແລ້ວ: ກອງປະຊຸມສຸດຍອດອາຊຽນ  ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະດຳເນີນໃນລະຫວ່າງວັນທີ 12 – 15 ພະຈິກ 2020 ຕາມຮູບການທາງອອນລາຍ.
ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ 37 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ໄດ້​ດຳ​ເນີນ​ຕາມ​ຮູບ​ການ​ທາງ​ອອນ​ລາຍ - ảnh 1ວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ 37 (ພາບ: Baoquocte) 

ໃນບົດບາດເປັນປະທານອາຊຽນ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37, ກອງປະຊຸມສຸດຍອດອາຊຽນ - ຈີນ ຄັ້ງທີ 23, ກອງປະຊຸມສຸດຍອດອາຊຽນ - ຍີ່ປຸ່ນ ຄັ້ງທີ  23, ກອງປະຊຸມສຸດຍອດອາຊຽນ - ສ.ເກົາຫຼີ ຄັ້ງທີ 21, ກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 17, ກອງປະຊຸມສຸດຍອດ ອາຊຽນ - ສປຊ ຄັ້ງທີ 11, ກອງປະຊຸມສຸດຍອດອາຊຽນ - ອາເມລິກາ ຄັ້ງທີ 8…

        ຄາດວ່າ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງຈະເຂົ້າຮ່ວມພິທີໄຂ ແລະ ກ່າວຄຳເຫັນຊົມເຊີຍກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ປະທານ AIPA 41 ກ່າວຄຳເຫັນຕາງໜ້າໃຫ້ແກ່ຫວຽດນາມ ຢູ່ກອງປະຊຸມສຸດຍອດບັນດາການນຳຍິງອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ