ກອງປະຊຸມສຸດຍອດອາເມລິກາ-ສປປ.ເກົາຫຼີ 2019: ກາລະໂອກາດຢືນຢັນທີ່ຕັ້ງບົດບາດແລະອິດທິພົນຊື່ສຽງຂອງຫວຽດນາມ

(VOVWORLD) -ພາຍຫຼັງນະຄອນຫຼວງຮ່າໂນ້ຍ ຂອງຫວຽດນາມ ໄດ້ເລືອກເຟັ້ນເປັນສະຖານທີ່ດຳເນີນກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2, ວົງການສື່ມວນຊົນ ກໍ່ຄືນັກຊ່ຽວຊານສາກົນຫຼາຍຄົນໃຫ້ຂໍ້ສັງເກດວ່າ, ນີ້ແມ່ນກາລະໂອກາດໃຫຍ່ຫຼວງເພື່ອໃຫ້ຫວຽດນາມ ຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງຄົນໃນພາກພື້ນ.

ທ່ານ Hunter Marston, ນັກຄົ້ນຄວ້າຂັ້ນສູງຂອງສະຖາບັນ Brookings, ໃຫ້ຮູ້ວ່າ, ເລື່ອງຫວຽດນາມ ໄດ້ເລືອກເຟັ້ນເປັນສະຖານທີ່ດຳເນີນເຫດການສຳຄັນດັ່ງກ່າວ ໄດ້ຊີ້ໃຫ້ເຫັນທີ່ຕັ້ງການພົວພັນຕ່າງປະເທດທີ່ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ. ທ່ານ Hunter Marston ໃຫ້ຂໍ້ສັງເກດວ່າ, ນີ້ບໍ່ພຽງແຕ່່ແມ່ນກາລະໂອກາດທີ່ດີເພື່ອໃຫ້ຫວຽດນາມ ຍົກສູງທີ່ຕັ້ງບົດບາດຂອງຕົນຫຼາຍກວ່າອີກ ແລະ ຊີ້ໃຫ້ເຫັນເຖິງຄວາມສາມາດໃນການຈັດຕັ້ງບັນດາເຫດການໃຫຍ່ຂອງອາຊຽນ ແລະ ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ປີ 2017 ຢູ່ດ່ານັ້ງບັນລຸຜົນສຳເລັດເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບຂອງພາກພື້ນ ແລະ ສາກົນອີກດ້ວຍ.

        ທ່ານນາງ Amy Searight, ທີ່ປຶກສາຂັ້ນສູງ ແລະ ເປັນຫົວໜ້າໂຄງການອາຊີຕາເວັນອອກສ່ຽງໃຕ້, ສະຖາບັນ CSIS, ໃຫ້ຮູ້ວ່າ, ຫວຽດນາມ ແມ່ນປະເທດມີຄວາມປອດໄພດີ ແລະ ມີພື້ນຖານເສດຖະກິດຂະຫຍັນຂັນເຄື່ອນໃນພາກພື້ນ, ມີຄວາມສາມາດບົມຊ້ອນຫຼາຍຢ່າງ ດ້ວຍກຳລັງແຮງງານທີ່ມີປະສິດທິຜົນ.

        ສ່ວນຕາມທ່ານ Richard Cronin, ທີ່ປຶກສາຮັບຜິດຊອບບັນດາບັນຫາອາຊີ - ປາຊີຟິກ, ສະຖາບັນ Stimson ແລ້ວ, ເລື່ອງຈັດຕັ້ງກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ສະແດງໃຫ້ເຫັນເຖິງຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດ ກໍຄືຄວາມເປີດອົກເປີດໃຈຕໍ່ໂລກ. ຫວຽດນາມ ຈະເປັນປະທານໝູນວຽນອາຊຽນ ໃນປີ 2020 ແລະ ພວມມານະພະຍາຍາມເຂົ້າເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ. ທັງໝົດປັດໄຈດັ່ງກ່າວຈະຍົກສູງທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ