ກອງປະຊຸມສູນກາງຄັ້ງທີ 8 ຊຸດທີ 11 ສືບຕໍ່ເຮັດວຽກ

ກອງປະຊຸມສູນກາງຄັ້ງທີ 8 ຊຸດທີ 11 ສືບຕໍ່ເຮັດວຽກ - ảnh 1
ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 8 ຊຸດ​ທີ 11
(ພາບ: TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 4/10, ​ກອງ​ປະຊຸມ​ຄັ້ງ​ທີ 8.  ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ປະຊຸມວາລະ​ຄົບ​ຄະນະ ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ​ປີ 2013, ໜ້າ​ທີ່​ປີ 2014; ຕີ​ລາຄາ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ກ່ຽວ​ກັບ​ເສດຖະກິດ - ສັງຄົມ, ​ເຊິ່ງຈຸດ​ສຸມ​ແມ່ນ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ການ​ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ. ທ່ານ ຫງວຽນ​ເຕິ໋ນຢຸງ, ກຳມະການ​ກົມ​ການ​ເມືອງ, ນາຍົກລັດຖະມົນຕີ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ.

ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ຊາງ, ຕ່າງ​ໜ້າ​ກົມ​ການ​ເມືອງ​ເປັນ​ປະທານ​ກອງ​ປະຊຸມ

ທ່ານ ​ໂຕ​ຮູ​ຍ​ເຮື໋ອ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ອ່ານ​ບົດ​ລາຍ​ງານ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ກົດ​ລະບຽບ​ການ​ເລືອກ​ຕັ້ງ​ໃນ​ພັກ, ການ​ສ້າງ​ຕັ້ງ​ບັນດາ​ອະນຸ​ກຳມະການ​ກະກຽມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ.


ກອງປະຊຸມສູນກາງຄັ້ງທີ 8 ຊຸດທີ 11 ສືບຕໍ່ເຮັດວຽກ - ảnh 2
ມື້ເຮັດວຽກທີ່ 4 ຂອງກອງປະຊຸມສູນກາງຄັ້ງທີ 8 ຊຸດທີ 11
(ພາບ:noichinh.vn)

ກ່ອນໜ້ານັ້ນ​ວັນ​ທີ 03 ຕຸລາ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄົບ​ຄະນະ​ທີ່​ຫໍ​ປະ​ຊຸມພາຍ​ໃຕ້​ການ​ເປັນ​ເຈົ້າພາບ​ຂອງ​ ທ່ານ​ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ແຜນ​ຮ່າງ​ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍພື້ນຖານ, ຮອບດ້ານ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ຂອງ​ການ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ​ໃນ​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

        ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນດາຜູ້​ແທນໄດ້​ເຮັດ​ວຽກ​ຢູ່​ໜ່ວຍ, ປຶກສາ​ຫາລື​ສະພາບ​ການ​ເສດຖະກິດ​ສັງຄົມ​ປີ 2013, ໜ້າ​ທີ່​ຂອງ​ປີ 2014; ຕີ​ລາຄາ​ສະພາບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກກ່ຽວ​ກັບ​ເສດຖະກິດ, ສັງຄົມ, ຈຸດ​ສຸມ​ແມ່ນ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄື​ນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ. ກ່ອນ​ທີ່​ດຳ​ເນີນ​ວາລະປຶກສາ​ຫາລື​ຢູ່​ໜ່ວຍ, ບັນດາຜູ້​ແທນ​ທີ່ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ບໍລິຈາກ​ເງິນ​ສະໜັບ​ສະ​ໜູນ​ປະຊາຊົນ​ບັນດາ​ແຂວງ​ພາກ​ກາງ​ທີ່​ປະສົບ​ຄວາມເສຍ​ຫາຍຈາກ​ພະຍຸ Wutip.

ຂ່າວ/ບົດ​ອື່ນ