ກອງປະຊຸມສູນກາງພັກຄັ້ງທີ 6 ຊຸດທີ 12: ພິຈາລະນາ ແລະ ຕັດສິນຫຼາຍບັນຫາສຳຄັນ,ກະທົບໂດຍກົງເຖິງຊີວິດການເປັນຢູ່

(VOVWORLD) - ສະພາບການເສດຖະກິດ - ສັງຄົມ ແລະ ການເງິນ - ທະນາຄານປີ 2017, ແຜນພັດທະນາເສດຖະກິດ, ສັງຄົມ ແລະ ແຜນງົບປະມານປີ 2018…
ກອງປະຊຸມສູນກາງພັກຄັ້ງທີ 6 ຊຸດທີ 12: ພິຈາລະນາ ແລະ ຕັດສິນຫຼາຍບັນຫາສຳຄັນ,ກະທົບໂດຍກົງເຖິງຊີວິດການເປັນຢູ່ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 4 ຕຸລາ, ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງຮ່າໂນ້ຍ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນໄຂກອງປະຊຸມ. ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງ ໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບ: ສະພາບການເສດຖະກິດ - ສັງຄົມ ແລະ ການເງິນ - ທະນາຄານປີ 2017, ແຜນພັດທະນາເສດຖະກິດ, ສັງຄົມ ແລະ ແຜນງົບປະມານປີ 2018… ກ່ຽວກັບບາງບັນຫາສືບຕໍ່ປ່ຽນໃໝ່, ຈັດຕັ້ງກົງຈັກຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີ ປະສິດທິພາບ, ມີປະສິດທິຜົນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຊີ້ແຈ້ງວ່າ:

        “ສະເໜີໃຫ້ບັນດາສະຫາຍສຸມໃສ່ຄົ້ນຄ້ວາຕີລາຄາພາວະວິໄສ, ຮອບດ້ານກ່ຽວກັບສະພາບການ ແລະ ສາຍເຫດ, ພິເສດ ແມ່ນບັນດາສາຍເຫດຂອງສິ່ງຈຳກັດ ແລະ ອ່ອນດ້ອຍ. ພ້ອມທັງ, ຈາກບົດຮຽນນຳພາຄຸ້ມຄອງບ່ອນປະຕິບັດງານ, ຄົ້ນຄ້ວາ, ໝູນໃຊ້ບັນດາບົດຮຽນທີ່ຖອດຖອນມາໄດ້, ຈາກການສະຫລຸບທິດສະດີ ຕະຫຼອດຮອດພຶດຕິກຳຕົວຈິງຜ່ານ 30 ປີແຫ່ງການປ່ຽນໃໝ່, ສຸມໃສ່ປະກອບສ່ວນຫຼາຍຄຳເຫັນຊັດເຈນ, ເພີ່ມເຕີມ ແລະ ສ້າງທັດສະນະ, ເປົ້າໝາຍ ແລະ ໜ້າທີ່ມາດຕະການແກ້ໄຂໃນໄລຍະຈະມາເຖິງໃຫ້ສົມບູນແບບ.”

        ກ່ຽວກັບບັນຫາສືບຕໍ່ປ່ຽນໃໝ່ລະບົບການຈັດຕັ້ງ ແລະ ຄຸ້ມຄອງ, ຍົກສູງຄຸນນະພາບ ແລະ ມີປະສິດທິຜົນການເຄື່ອນໄຫວຂອງບັນດາຫົວໜ່ວຍພາລະກິດຂອງລັດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ:

        “ເອົາໃຈໃສ່ໄຈ້ແຍກຢ່າງເລິກກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງການສືບຕໍ່ຍູ້ແຮງການປ່ຽນໃໝ່ບັນດາຫົວໜ່ວຍພາລະກິດຂອງລັດ ກໍ່ຄືປ່ຽນໃໝ່ລັດວິສາຫະກິດ, ຕ້ອງປະຕິບັດຢ່າງຄົບຊຸດ, ຂ້ຽວຂາດ ແຕ່ຕ້ອງລະມັດລະວັງ, ໜັກແໜ້ນ ແລະ ຕັ້ງໃນແຜນການສັງລວມສືບຕໍ່ປ່ຽນໃໝ່ການຈັດຕັ້ງກົງຈັກຂອງລະບົບການເມືອງ, ຄວາມຈຳເປັນຕ້ອງຍູ້ແຮງການຫັນການບໍລິການຂອງລັດເປັນວຽກງານສັງຄົມ, ເສີມຂະຫຍາຍດ້ານຕັ້ງໜ້າ, ສະກັດກັ້ນດ້ານຫຍໍ້ທໍ້ຂອງກົນໄກການຕະຫຼາດ, ເຊື່ອມໂຍງເຂົ້າກັບສາກົນ.”

ຕອບກັບ

ຂ່າວ/ບົດ​ອື່ນ