ກອ​ງ​ປະ​ຊຸມ​ສັນ​ຕິ​ພາບ ຢູ​ແກູນ: ຫຼາຍ​ປະ​ເທດ​ປະ​ຕິ​ເສດ​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ສຸດ​ທ້າຍ

(VOVWORLD) - ມີກວ່າ 90 ປະເທດເຂົ້າຮ່ວມການເຈລະຈາໃນກອງປະຊຸມ. ແຕ່ວ່າ, ມີຫຼາຍປະເທດ, ເຊັ່ນ: ອາຣັບບິ ຊະອຸດິ, ອິນເດຍ, ອາຟະລິກາໃຕ້, ໄທ, ອິນໂດເນເຊຍ, ເມັກຊີໂກ, ສະຫະລັດ ອາຣັບ ເອມມີເລັດ (UAE) ບໍ່ຍອມຮັບການລົງນາມໃນຖະແຫຼງການຮ່ວມສະບັບສຸດທ້າຍຂອງກອງປະຊຸມ.

  ວັນທີ 16 ມິຖຸນາ, ສະວິດ, ປະເທດເຈົ້າພາບຈັດກອງປະຊຸມສຸດຍອດກ່ຽວກັບສັນຕິພາບສຳລັບ ຢູແກູນ (ວັນທີ 15 – 16 ມິຖຸນາ), ໃຫ້ຮູ້ວ່າ ມີກວ່າ 90 ປະເທດເຂົ້າຮ່ວມການເຈລະຈາໃນກອງປະຊຸມ. ແຕ່ວ່າ, ມີຫຼາຍປະເທດ, ເຊັ່ນ: ອາຣັບບິ ຊະອຸດິ, ອິນເດຍ, ອາຟະລິກາໃຕ້, ໄທ, ອິນໂດເນເຊຍ, ເມັກຊີໂກ, ສະຫະລັດ ອາຣັບ ເອມມີເລັດ (UAE) ບໍ່ຍອມຮັບການລົງນາມໃນຖະແຫຼງການຮ່ວມສະບັບສຸດທ້າຍຂອງກອງປະຊຸມ.

        ກ່າວຄຳເຫັນກ່ຽວກັບບັນຫານີ້, ທ່ານລັດຖະມົນຕີການຕ່າງປະເທດ ອາຣັບບິ ຊະອຸດິ, Faisal bin Farhan Al Saud ຖືວ່າ ການແກ້ໄຂສະພາບການຢູ່ ຢູແກຼນ ຕ້ອງມີການເຂົ້າຮ່ວມຂອງ ລັດເຊຍ, ດັ່ງນັ້ນ ຖະແຫຼງການທຸກສະບັບທີ່ໄດ້ປະກາດໃນກອງປະຊຸມໂດຍບໍ່ມີ ລັດເຊຍ ນັ້ນ ແມ່ນ “ໄຮ້ຄວາມໝາຍ”. ໃນຂະນະນັ້ນ, ເມື່ອຖະແຫຼງ ພາຍຫຼັງສິ້ນສຸດກອງປະຊຸມ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ ບັນດາຝ່າຍເຂົ້າຮ່ວມໄດ້ເປັນເອກະພາບນຳກັນວ່າ ຈະສືບຕໍ່ເຮັດວຽກເພື່ອຈັດກອງປະຊຸມສັນຕິພາບຄັ້ງຕໍ່ໄປ.

        ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 16 ມິຖຸນາ, ບັນດາສຳນັກຂ່າວສານຂອງ ລັດເຊຍ ໄດ້ຄັດສະເໜີຄຳປາໄສຂອງໂຄສົກວັງ Kremlin ທ່ານ Dmitry Peskov ໂດຍໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ບໍ່ເວັ້ນເສຍກໍລະນີດຳເນີນການເຈລະຈາກັບ ຢູແກຼນ, ແຕ່ຮຽກຮ້ອງໃຫ້ຕ້ອງຮັບປະກັນຄວາມໄວ້ວາງໃຈ ຂອງບໍ່ວ່າການເຈລະຈາໃດໆ.


ຕອບກັບ

ຂ່າວ/ບົດ​ອື່ນ