ກອງປະຊຸມສົນທະນາ Shangri-La ຄັ້ງທີ 20: ສິງກະໂປ ເນັ້ນໜັກເຖິງຜົນປະໂຫຍດຂອງການຮັບປະກັນບັນດາຊ່ອງຕິດຕໍ່ພົວພັນລະຫວ່າງອາເມລິກາ - ຈີນ ໃຫ້ເປັນຢ່າງດີ

(VOVWORLD) - ສິງກະໂປ ແລະ ອາຊຽນ ມີ “ຜົນປະໂຫຍດໃດໜຶ່ງ” ໃນການຮັບປະກັນສາຍຕິດຕໍ່ພົວພັນລະຫວ່າງສອງປະເທດມະຫາອຳນາດ ອາເມລິກາ ແລະ ຈີນ...

ວັນທີ 4 ມິຖຸນາ, ຢູ່ສິງກະໂປ, ທ່ານ Ng Eng Hen, ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ ເນັ້ນໜັກວ່າ: ປະເທດນີ້ ແລະ ບັນດາປະເທດອື່ນໆຂຶ້ນກັບ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ບໍ່ແມ່ນ ບັນດາປະເທດທີ່ບໍ່ສົນໃຈຕໍ່ຄວາມເຄັ່ງຕຶງພວມເກີດຂຶ້ນລະຫວ່າງ ອາເມລິກາ ແລະ ຈີນ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນເຮັດວຽກສຸດທ້າຍຂອງເວທີປາໄສປ້ອງກັນຄວາມສະຫງົບພາກພື້ນ ການສົນທະນາ Shangri – La ຄັ້ງທີ 20 ຢູ່ສິງກະໂປ, ທ່ານລັດຖະມົນຕີ Ng Eng Hen ຖືວ່າ: ສິງກະໂປ ແລະ ອາຊຽນ ມີ “ຜົນປະໂຫຍດໃດໜຶ່ງ” ໃນການຮັບປະກັນສາຍຕິດຕໍ່ພົວພັນລະຫວ່າງສອງປະເທດມະຫາອຳນາດ ອາເມລິກາ ແລະ ຈີນ ເຄື່ອນໄຫວໃຫ້ເປັນຢ່າງດີ. ທ່ານໃສ່ໃຈວ່າ ອາເມລິກາ ແລະ ຈີນ ບໍ່ຢາກເກີດການປະທະກັນດ້ວຍກຳລັງອາວຸດ, ແຕ່ຕ້ອງມີເວລາຫຼາຍກ່ວາອີກ ເພື່ອໃຫ້ສອງປະເທດມະຫາອຳນາດນີ້ບັນລຸໄດ້ສະພາບການທີ່ອາດສາມາດຍອມຮັບໄດ້. ທ່ານລັດຖະມົນຕີ Ng Eng Hen ກໍ່ຖືວ່າ “ອາເມລິກາ ແລະ ຈີນ ແມ່ນສອງພື້ນຖານເສດຖະກິດໃຫຍ່ທີ່ໜຶ່ງ ແລະ ທີ່ສອງຕາມລຳດັບ. ບໍ່ອາດສາມາດແກ້ໄຂຫຼາຍບັນຫາໃຫຍ່ໄດ້ຖ້າຫາກບໍ່ມີສອງປະເທດນີ້ພ້ອມກັນເຂົ້າຮ່ວມເພື່ອຍົກອອກມາດຕະການ ຫຼື ຊອກຫາເສັ້ນທາງໃນຕໍ່ໜ້າ”.

ຕອບກັບ

ຂ່າວ/ບົດ​ອື່ນ