ກອງ​ປະຊຸມ​ສົນທະນາ​ກ່ຽວກັບນະ​ໂຍບາຍ​ດ້ານ​ປ້ອງ​ກັນຊາ​ດ ລະຫວ່າງ ຫວຽດນາມ - ອິ​ນ​ໂດ​ເນ​ເຊຍ ຄັ້ງ​ທໍາ​ອິດ

(VOVWORLD) -  ໃນລະຫວ່າງວັນທີ 23 -  26 ມິຖຸນາ, ທ່ານພົນເຮືອໂທ Agus Setiadji ເລຂາທິການໃຫຍ່ກະຊວງປ້ອງກັນປະເທດ ອິນໂດເນເຊຍ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ອິນໂດເນເຊຍ ມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສົນທະນາກ່ຽວກັບນະໂຍບາຍດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ, ຕາມຄໍາເຊີນຂອງທ່ານພົນໂທ ຫງຽວນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
ກອງ​ປະຊຸມ​ສົນທະນາ​ກ່ຽວກັບນະ​ໂຍບາຍ​ດ້ານ​ປ້ອງ​ກັນຊາ​ດ ລະຫວ່າງ ຫວຽດນາມ - ອິ​ນ​ໂດ​ເນ​ເຊຍ ຄັ້ງ​ທໍາ​ອິດ  - ảnh 1 ກອງປະຊຸມສົນທະນາກ່ຽວກັບນະໂຍບາຍດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ ຄັ້ງທໍາອິດ 

        ຕອນເຊົ້າວັນທີ 25 ມິຖຸນາ, ທ່ານພົນໂທ ຫງວຽນຈີ້ວິ້ງ ແລະ ທ່ານພົນເຮືອໂທ Agus Setiadji ໄດ້ເປັນປະທານຮ່ວມກອງປະຊຸມສົນທະນາກ່ຽວກັບນະໂຍບາຍປ້ອງກັນຊາດລະຫວ່າງຫວຽດນາມ - ອິນໂດເນເຊຍ ຄັ້ງທໍາອິດ. ສອງຝ່າຍໄດ້ເຫັນດີສືບຕໍ່ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ; ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືລະຫວ່າງບັນດາເຫຼົ່າຮົບ; ຊອກຮູ້ກ່ຽວກັບຄວາມສາມາດການຮ່ວມມືກ່ຽວກັບອຸດສາຫະກໍາປ້ອງກັນຊາດ; ສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ນະທີ່ນີ້, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເນັ້ນໜັກເຖິງຫຼັກການແກ້ໄຊບັນຫາຊາວປະມົງລະເມີດການຫາປາຢູ່ເຂດທະເລ ແມ່ນຄວນອີງໃສ່ເນື້ອໃຈຈິດໃຈມະນຸດສະທໍາ, ປະຕິບັດຕາມກົດໝາຍສາກົນ, ຮັບປະກັນປະຕິບັດໄດ້ຖືກຕ້ອງຕາມກົດໝາຍຂອງ ອິນໂດເນເຊຍ ແລະ ກົດໝາຍຫວຽດນາມ. ສອງຝ່າຍເຫັນດີເປັນເອກະພາບ ຕັ້ງໜ້າໂຄສະນາ, ສຶກສາ, ສະກັດກັ້ນ, ລົບລ້າງ ແລະ ຫຼີກລ້ຽງການນໍາໃຊ້ກໍາລັງຫົວຮຸນແຮງ. ຫວຽດນາມ ແລະ ອິນໂດເນເຊຍ ກໍຈະເສີມຂະຫຍາຍປະສິດທິຜົນຂອງໂທລະສັບສາຍດ່່ວນ ເພື່ອແນໃສ່ແລກປ່ຽນຂໍ້ມູນຂ່າວສານໃຫ້ທັນການ, ສະກັດກັ້ນ ແລະ ແກ້ໄຂເຫດການຕ່າງໆໃຫ້ມີປະສິດທິຜົນ. ສອງຝ່າຍຄົ້ນຄວ້າ ສ້າງຕັ້ງກຸ່ມປະຕິບັດງານຮ່ວມ ລະຫວ່າງບັນດາກໍາລັງເຈົ້າໜ້າທີ່ຢູ່ທະເລ ເພື່ອແນໃສ່ລາຍງາຍ ແລະ ເປັນເສນາທິການໃຫ້ແກ່ການນໍາກະຊວງປ້ອງກັນປະເທດສອງປະເທດສົມທົບກັນແກ້ໄຂບັນດາເຫດການທີ່ກ່ຽວຂ້ອງ.  

        ແລະກໍໃນຕອນເຊົ້າວັນທີ 25 ມິຖຸນາ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກໍໄດ້ໃຫ້ການຕ້ອນຮັບທ່ານພົນເຮືອໂທເອກ Agus Setiadji, ເລຂາທິການໃຫຍ່ ກະຊວງປ້ອງກັນປະເທດ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ