ກອງປະຊຸມສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດຫວຽດນາມ - ອົດສະຕາລີ ຄັ້ງທີ 3

(VOVWORLD) -ວັນທີ 29 ຕຸລາ, ກອງປະຊຸມສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດ ຫວຽດນາມ - ອົດສະຕາລີ ຄັ້ງທີີ 3 ລະຫວ່່າງກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດຊາດ ອົດສະຕາລີ ໄດ້ຈັດຂຶ້ນຢູ່ນະຄອນຫຼວງ Canbera, ອົດສະຕາລີ ພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ Peter Tesch, ຮອງເລຂາທິການໃຫຍ່ກະຊວງປ້ອງກັນປະເທດ ອົດສະຕາລີ.

        ທີ່ກອງປະຊຸມສົນທະນາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ການພົວພັນດ້ານປ້ອງກັນຊາດລະຫວ່າງສອງຝ່າຍ ແລະ ປຶກສາຫາລືບັນດາບັນຫາກ່ຽວຂ້ອງເຖິງປີ ອາຊຽນ 2020 ເມື່ອຫວຽດນາມ ຮັບຖານະບົດບາດເປັນປະທານໝູນວຽນ ອາຊຽນ.

        ກ່ຽວກັບການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ, ສອງຝ່າຍຕີລາຄາສູງໝາກຜົນຂອງການຮ່ວມມື ເຊິ່ງສອງປະເທດບັນລຸໄດ້ໃນໄລຍະຜ່ານມາ ສືບຕໍ່ເປັນຈຸດປະກາຍອັນໃສແຈ້ງໃນການພົວພັນຂອງສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ.

        ໃນໄລຍະຈະມາເຖິງ, ສອງປະເທດເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການພົວພັນໃນບັນດາຂົງເຂດທີ່ພວມມີຢູ່ແລ້ວ ພ້ອມທັງເຫັນດີເພີ່ມທະວີການຮ່ວມມື, ເສີມຂະຫຍາຍບົດບາດຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນບັນດາການເຄື່ອນໄຫວການທະຫານ, ປ້ອງກັນຊາດ.

        ສ່ວນທາງຝ່າຍ ອົດສະຕາລີ ຢັ້ງຢືນວ່າ ຈະສະໜັບສະໜູນ ແລະ ໃຫ້ການໜູນຊ່ວຍກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງສໍາເລັດບັນດາກອງປະຊຸມດ້ານປ້ອງກັນຊາດໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ ເມື່ອຫວຽດນາມ ຮັບຖານະບົດບາດເປັນປະທານ ອາຊຽນ ໃນປີ 2020 ແລະ ປາດຖະໜາວ່າ ຫວຽດນາມ ຈະສະໜັບສະໜູນຂໍ້ລິເລີ່ມຈັດຕັ້ງ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ແລະ ອົດສະຕາລີ ບໍ່ເປັນທາງການ.

        ຫວຽດນາມ ກໍສະໜັບສະໜູນທາງດ້ານຫຼັກການຕໍ່ຂໍ້ສະເໜີແນະດັ່ງກ່າວ ພ້ອມທັງສະເໜີວ່າ ຝ່າຍອົດສະຕາລີ ສືບຕໍ່ປຶກສາຫາລື ເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມຈາກບັນດາປະເທດສະມາຊິກ ອາຊຽນ ທີ່ຍັງເຫຼືອ.


ຕອບກັບ

ຂ່າວ/ບົດ​ອື່ນ