ກອງປະຊຸມສົນທະນາຍຸດທະສາດ ຂັ້ນຮອງລັດຖະມົນຕີການຕ່າງປະເທດ - ການປ້ອງກັນຊາດ ຄັ້ງທີ 6 ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ

(VOVWORLD) -ວັນທີ 10 ຕຸລາ, ຫວຽດນາມ ແລະ ອົດສະຕາລີ ໄດ້ຈັດຕັ້ງ ກອງປະຊຸມສົນທະນາຍຸດທະສາດ ຂັ້ນຮອງລັດຖະມົນຕີການຕ່າງປະເທດ - ການປ້ອງກັນຊາດ ຄັ້ງທີ 6  ທີ່ຮ່າໂນ້ຍ. ຄະນະຜູ້ແທນຫວຽດນາມ ໂດຍ ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ ເປັນຫົວໜ້າຄະນະ. ຄະນະຜູ້ແທນອົດສະຕາລີ ໂດຍທ່ານ Richard Maude ຮອງລັດຖະມົນຕີການຕ່າງປະເທດອົດສະຕາລີ ແລະ ທ່ານຮັກສາການ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ Tom Hamilton ເປັນຫົວໜ້າຄະນະ.

ກອງປະຊຸມສົນທະນາຍຸດທະສາດ ຂັ້ນຮອງລັດຖະມົນຕີການຕ່າງປະເທດ - ການປ້ອງກັນຊາດ ຄັ້ງທີ 6 ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ ແລະ  ທ່ານຮອງລັດຖະມົນຕີການຕ່າງປະເທດອົດສະຕາລີ Richard Maude (ພາບ: vov.vn)

ທີ່ກອງປະຊຸມສົນທະນາ, ສອງຝ່່່າຍມີຄວາມເບິ່ງພໍໃຈຮັບຮູ້ບັນດາບາດກ້າວພັດທະນາຢ່າງວ່ອງໄວ ແລະ ແຂງແຮງ ໃນການພົວພັນສອງຝ່າຍ, ໂດຍສະເພາະ ນັບແຕ່ເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນເດືອນ ມີນາ 2018, ພ້ອມທັງຢັ້ງຢືນຄືນໃໝ່ ບົດບາດ ແລະ ທີ່ຕັ້ງສໍາຄັນຂອງກັນໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ.

        ເມື່ອແລກປ່ຽນກ່ຽວກັບສະພາບການໃນມໍ່ໆມານີ້ ຢູ່ທະເລຕາເວັນອອກ, ສອງຝ່າຍເນັ້ນໜັກເຖິງເລື່ອງປະຕິບັດກົດໝາຍສາກົນ ຢ່າງເຂັ້ມງວດ, ໃນນັ້ນ ມີສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່່າດ້ວຍທະເລປີ 1982, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບບັນດາວິວັດທະນາການທາງການທູດ ແລະ ນິຕິທໍາ, ບໍ່ນໍາໃຊ້ ຫຼືນາບຂູ່ນໍາໃຊ້ອາວຸດ, ປະຕິບັດຖະແຫຼງການ ກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ DOC ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ຊຸກຍູ້ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC ໃຫ້ມີປະສິດທິຜົນ,ແທດຈິງ ແລະ ມີລັກສະນະຜູກມັດທາງນິຕິກໍາ.

        ສອງຝ່າຍເຫັນດີເປັນເອກະພາບ ຈັດຕັ້ງ ກອງປະຊຸມສົນທະນາຍຸດທະສາດ ຂັ້ນຮອງລັດຖະມົນຕີການຕ່າງປະເທດ - ການປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຄັ້ງທີ 7 ໃນໄລຍະທີ່ເໝາະສົມທີ່ສຸດ ໃນປີ 2019 ຢູ່ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ