ກອງ​ປະ​ຊ​ຸມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ອັງ​ກິດ

(VOVWORLD) - ກອງປະຊຸມສົນທະນາຍຸດທະສາດລະຫວ່າງ ຫວຽດນາມ - ອັງກິດ ຄັ້ງທີ 7 ໄດ້ດຳເນີນໃນວັນທີ 2 ກໍລະກົດຢູ່ນະຄອນຫຼວງ ລອນດອນ, ປະເທດ ອັງກິດ. ທ່ານ ໂຕແອັງຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Harriett Baldwin ລັດຖະມົນຕີຮັບຜິດຊອບການຕ່າງປະເທດ ອັງກິດ ເປັນປະທານຮ່ວມ.
ກອງ​ປະ​ຊ​ຸມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ອັງ​ກິດ - ảnh 1ທ່ານ ໂຕແອັງຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມທີ່ການ ກອງປະຊຸມສົນທະນາຍຸດທະສາດລະຫວ່າງ ຫວຽດນາມ - ອັງກິດ ຄັ້ງທີ 7 (ພາບ:  TTXVN)

ທີ່ກອງປະຊຸມສົນທະນາ, ຫວຽດນາມ ແລະ ອັງກິດ ມີຄວາມປາດຖະໜາຢາກໃຫ້ການພົວພັນດ້ານການຄ້າໄດ້ສືບຕໍ່ຫຼັງຈາກ ອັງກິດ ຖອນຕົວອອກຈາກ EU, ຫຼືເອີ້ນວ່າ Brexit, ລວມມີເລື່ອງຫັນປ່ຽນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - EU (EVFTA). ສອງຝ່າຍກໍ່ປຶກສາຫາລືຂໍ້ສະເໜີຂອງລາຊະອານາຈັກ ອັງກິດ ກ່ຽວກັບເລື່ອງຫັນປ່ຽນ ສັນຍາການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - EU (PCA).

        ຫວຽດນາມ ແລະ ອັງກິດໄດ້ໃຫ້ຄຳໝັ້ນສັນຍາຮ່ວມມືກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ສອງຝ່າຍປາດຖະໜາຢາກຮ່ວມມືກັນຢ່າງແໜ້ນແຟ້ນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນໃນອາຍຸການທີ່ຫວຽດນາມດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.

        ໃນອາຍຸການເປັນປະທານ ອາຊຽນ ໃນປີ 2020 ຂອງ ຫວຽດນາມ, ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນເພື່ອກະກຽມໃຫ້ແກ່ກອງປະຊຸມການປ່ຽນແປງຂອງດິນຟ້າອາກາດ COP 26 ເພື່ອແນໃສ່ເພີ່ມທະວີບັນດາຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ເພີ່ມທະວີການນຳໃຊ້ພະລັງງານຄືນໃໝ່ຢູ່ ຫວຽດນາມ. ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບບັນດາການຜັນແປ ຢູ່ທະເລຕາເວັນອອກໃນຫວ່າງມໍ່ມານີ້, ສະແດງການສະໜັບສະໜູນໃນການແກ້ໄຂບັນດາການຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ

ຕອບກັບ

ຂ່າວ/ບົດ​ອື່ນ