ກອງປະຊຸມສົນທະນາດ້ານປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 7

(VOVWORLD) - ກອງປະຊຸມສົນທະນາດ້ານປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 7 ລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ອົງການສືບລາຊະການລັບແຫ່ງຊາດສ.ເກົາຫຼີ ຖືກດໍາເນີນໃນຕອນເຊ້ົ້າວັນທີ 11 ພະຈິກ ຢູ່ຮ່າໂນ້ຍ.
ກອງປະຊຸມສົນທະນາດ້ານປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 7 - ảnh 1  ກອງປະຊຸມສົນທະນາດ້ານປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 7 (ພາບ: VOV)

ທ່ານພົນໂທ ບຸ່ຍວັນນາມ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະ ທ່ານ Choi Yong Hwan ຮອງຜູ້ອໍານວຍການທີ 1  ອົງການສືບລາຊະການລັບ ແຫ່ງຊາດ ສ.ເກົາຫຼີ ເປັນປະທານກອງປະຊຸມ.

        ນະທີ່ນີ້, ສອງຝ່າຍໄດ້ເຫັນດີ ຈະເປີດກວ້າງຮູບແບບ, ເນື້ອໃນ ແລະ ລວງເລິກຂອງຂໍ້ມູນຂ່າວສານທີ່ນໍາມາປຶກສາຫາລືກ່ຽວກັບສະພາບຄວາມໝັ້ນຄົງພາຍໃນພາກພື້ນ ແລະ ຄວາມສະຫງົບຂອງແຕ່ລະປະເທດ, ຮັບໃຊ້ໃຫ້ແກ່ວຽງານແຈ້ງເຕືອນປ້ອງກັນຈາກທາງໄກ, ວາງກໍານົດນະໂຍບາຍ ຮັບປະກັນຄວາມສະຫງົບປອດໄພຂອງແຕ່ລະປະເທດ; ສົມທົບກັນປ້ອງກັນຄວາມສະຫງົບ, ປອດໄພໃຫ້ແກ່ຄະນະຜູ້ແທນສອງປະເທດ, ກອງປະຊຸມ, ເຫດການສາກົນທີ່ສໍາຄັນທີ່ດໍາເນີນຢູ່ແຕ່ລະປະເທດ; ຮັບປະກັນຄວາມສະຫງົບປອດໄພ ແລະ ສິດຜົນປະໂຫຍດອັນຊອບທໍາຂອງພົນລະເມືອງປະເທດເພື່ອນມິດທີ່ມາເຮັດວຽກ, ສຶກສາຮໍ່າຮຽນ ແລະ ດໍາລົງຊີວິດຢູ່ປະເທດຂອງຕົນ. ສອງຝ່າຍກໍເຫັນດີເພີ່ມທະວີການແລກປ່ຽນບົດຮຽນປະສົບການ, ຈັດສົ່ງນັກຊ່ຽວຊານ, ການໜູນຊ່ວຍທາງດ້ານອຸປະກອນ, ບໍາລງຸສ້າງພະນັກງານ ປະຕິບັດວຽກງານຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.


ຕອບກັບ

ຂ່າວ/ບົດ​ອື່ນ