ກອງ​ປະ​ຊຸມ​ສົນ​ທະ​ນາ​ຫາ​ລືຂັ້ນ​ສູງ ຄັ້ງ​ທີ 5 ກ່ຽວ​ກັບ​ກະ​ສິ​ກຳ ຫວຽດ​ນາມ - ຍີ່​ປຸ່ນ

(VOVWORLD) - ຕອນບ່າຍວັນທີ 12 ທັນວາ ໄດ້ດຳເນີນກອງປະຊຸມທາງອອນລາຍ ດ້ວຍຫົວຂໍ້ “ການ ສົນທະນາຫາລືຂັ້ນສູງຄັ້ງທີ 5 ລັດຖະມົນຕີກະສິກຳ ຫວຽດນາມ - ຍີ່ປຸ່ນ” ແລະ “ເວທີປາໄສຮ່ວມມືລະຫວ່າງວິສາຫະກິດພາກລັດ ແລະ ເອກະຊົນ ຂອງ ຫວຽດນາມ ກັບ ຍີ່ປຸ່ນ”.
ກອງ​ປະ​ຊຸມ​ສົນ​ທະ​ນາ​ຫາ​ລືຂັ້ນ​ສູງ ຄັ້ງ​ທີ 5 ກ່ຽວ​ກັບ​ກະ​ສິ​ກຳ ຫວຽດ​ນາມ - ຍີ່​ປຸ່ນ - ảnh 1ພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສອງຝ່າຍ ກ່ຽວກັບການຮ່ວມມືທາງດ້ານເຕັກໂນໂລຢີໃນຂົງເຂດຊົນລະປະທານ ແລະ ການລະບາຍນ້ຳ (ພາບ: BNEWS/TTXVN)

ໃນຂອງເຂດກອງປະຊຸມ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫງວຽນຊວັນເກື່ອງ ແລະ ທ່ານລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ຍີ່ປຸ່ນ Kotaro Nogami ໄດ້ເປັນສັກຂີພິຍານ ພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສອງຝ່າຍ ກ່ຽວກັບການຮ່ວມມືທາງດ້ານເຕັກໂນໂລຢີໃນຂົງເຂດຊົນລະປະທານ ແລະ ການລະບາຍນ້ຳ ແລະ ປ້ອງກັນແຫຼ່ງຊັບພະຍາກອນນ້ຳ, ຄຸ້ມຄອງຂະແໜງການປະມົງໃນຂົງເຂດສິນໃນນ້ຳ ໃຫ້ຖືກຕ້ອງຕາມໜ້າທີ່ຄວາມຮັບຜິດຂອບ. ສອງຝ່າຍກໍເຫັນດີ ຜັນຂະຫຍາຍ “ວິໄສທັດໄລຍະກາງ ແລະ ໄລຍະຍາວ ການຮ່ວມມືໃນຂົງເຂດກະສິກຳ ຫວຽດນາມ - ຍີ່ປຸ່ນ ໄລຍະ ທີ 2  ແຕ່ປີ 2020 – 2024.

        ກ່ຽວກັບແງ່ຫວັງການຮ່ວມມືໃນຂົງເຂດກະສິກຳລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ, ສອງທ່ານ ຢັ້ງຢືນວ່າ, ຍີ່ປຸ່ນ ແມ່ນປະເທດມີພື້ນຖານກະສິກຳທັນສະໄໝ ແລະ ມີຄວາມສາມາດບົ່ມຊ້ອນໃນການຊຸກຍູ້ການຄ້າສອງສົ້ນ ກ່ຽວກັບຜະລິດຕະພັນກະເສດ; ຊຸກຍູ້ການລົງທຶນໂດຍກົງຈາກຕ່າງປະເທດ.       

ພາຍຫຼັງກອງປະຊຸມດັ່ງກ່າວ, ລັດຖະມົນຕີກະຊວງກະສິກຳສອງທ່ານ ພ້ອມກັນເຂົ້າຮ່ວມ ແລະ ກ່າວຄຳປາໄສຢູ່ "ເວທີປາໄສຮ່ວມມື ພາກລັດ - ເອກະຊົນ ກະສິກຳ ຫວຽດນາມ ຍີ່ປຸ່ນ, ໂດຍມີການເຂົ້າຮ່ວມຂອງ ວິສາຫະກິດ100 ແຫ່ງຂອງທັງສອງປະເທດ .                                                                                                                                                                                                                                                                                                

ຕອບກັບ

ຂ່າວ/ບົດ​ອື່ນ