ກອງປະຊຸມສົມທົບກັນລະຫວ່າງລັດຖະບານແລະຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ກອງປະຊຸມສົມທົບກັນລະຫວ່າງລັດຖະບານແລະຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ)

(vovworld) - ຕອນ​ເຊົ້າ​ວັ​ນ​ທີ 30/03, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ​້ຽນ​ເຍີ​ນ ໄດ້​ເປັນ​ປະ​ທານ​ຮ່​ວມກອ​ງ​ປະ​ຊຸມ​ຕີ​ລາ​ຄາ​ໝາກ​ຜົນ​ການ​ຮ່ວມ​ມື​ປະ​ຕິ​ວັດ​ວຽກ​ງານ​ປີ 2015 ແລະ ເປັນ​ເ​ອ​ກະ​ພາບກ່ຽວ​ກັບ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ປີ 2016 ລະ​ຫວ່າງ​ລັດ​ຖະ​ບານ ແລະ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ. ​ຕາມ​ການ​ຕີ​ລາ​ຄາ​ທີ່ກອງ​ປະ​ຊຸມ, ໃນ​ປີ​ຜ່ານ​ມາ, ລັດ​ຖະ​ບານ ພ້ອມ​ກັບ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ສົມ​ທົບ​ກັນ, ກຳ​ແໜ້ນ​ສະ​ພາບ​ການ, ປ່ຽນ​ໃໝ່​ວຽກ​ງານ​​ສື່​ຂ່າວ, ໂຄ​ສະ​ນາຕາມ​ທິດ​ແທດ​ຈິງ, ລະ​ອຽດ, ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ຄຳ​ຕັດ​ສິນ​ຂອງ​ລັດ​ຖະ​ບານ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ກາ​ນ​ຄຸ້ມ​ຄອງ ແລະ ປົກ​ປັກ​ຮັກ​ສາ​​​ອະ​ທິ​ປະ​ໄຕຜືນ​ແຜ່ນ​ດິນ, ການ​ປ້ອງ​ກັນ​​ຄວາມ​ສະ​ຫງົບເຂດ​ຊານ​ແດນ​ແຫ່ງ​ຊາດ ແລະ ປົກ​ປັກ​ຮັກ​ສາອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ ເພື່ອ​ປະ​ກອບ​ສ່ວນ​ປັບ​ປຸງ, ເປີດກວ້າງ ແລະ ເພີ່ມ​ທະ​ວີ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ.

        “ແນວ​ໂຮມ​ປະ​ເທດ​ຊາດ​ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ໂດຍ​ຜ່ານ​ແນວ​ໂຮມ​ປະ​ເທດ​ຊາດ​, ຕິດ​ຕາມກວດ​ກາ​ລັດ, ຕິດ​ຕາມ​ກວດ​ກາການ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ, ລັດ, ຕິດ​ຕາມກວ​ດ​ກາ​ການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ, ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ສິດ​ຂອງພົນ​ລະ​ເມືອງ. ຮັບ​ຟັງ​ຄຳ​ເຫັນ​ຂອງ​ທົ່ວ​ປວງ​ຊົນ​ເພື່ອ​ຈຸດ​ປະ​ສົ່ງ​ສຸດ​ທ້າຍ​ແມ່ນ​ຍົກ​ອອກ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຢ່າງ​ຖືກ​ຕ້ອງ, ຖ້າ​ຫາກ​ຍົກ​ອອກ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຢ່າງ​ຖືກ​ຕ້ອງ​ແລ້ວ ຈຶ່ງ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໄດ້. ຕ້ອ​ງ​ຍົກ​ສູງ​ການ​ສົມ​ທົບ​ປະ​ຕິ​ບັດ​ວຽກ​ງານໄຈ້​ແຍກ​ຕີ​ລາ​ຄາ​ສັງ​ຄົມ, ​ການຕິດ​ຕາມກວດ​ກາກໍ່​ແມ່ນ​ເພື່ອ​ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ, ສິດ​ປະ​ຊາ​ທິ​ປະ​ໄ​ຕ​ຂອງ​ປະ​ຊາ​ຊົນ”.

        ສິ້​ນ​ສຸດກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທ​ດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ​ ໄດ້​ລົງ​ນາມ​​ໃນໂຄງ​ການ​ສົມ​ທົບ​ກັນ​ຂົນ​ຂວາຍ ແລະ ຕິດ​ຕາມກວດ​ກາ​ການ​ຮັບ​ປະ​ກັນ​​ຫຼັກ​ອະ​ນາ​ໄມ, ຄວາມ​ປອດ​ໄພ​ຈາກສະ​ບຽ​ງ​ອາ​ຫານ​ໄລ​ຍະ 2016 – 2021 ລະ​ຫວ່າງ​ລັດ​ຖະ​ບານ ແລະ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ