ກອງປະຊຸມສື່ມວນຊົນທົ່ວປະເທດ ຜັນຂະຫຍາຍ ໜ້າທີ່ຈຸດສຸມໃນປີ 2014

ກອງປະຊຸມສື່ມວນຊົນທົ່ວປະເທດ ຜັນຂະຫຍາຍ ໜ້າທີ່ຈຸດສຸມໃນປີ 2014 - ảnh 1
ກອງປະ​ຊຸມ​ສື່ມວນ​ຊົນ​ທົ່ວ​ປະ​ເທດ ຜັນ​ຂະຫຍາຍ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2014
(ພາບ: mod.gov.vn)


(vovworld) - ກອງປະ​ຊຸມ​ສື່ມວນ​ຊົນ​ທົ່ວ​ປະ​ເທດ ຜັນ​ຂະຫຍາຍ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2014, ​ໂດ​ຍຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ສົມທົບ​ກັບ​ກະຊວງ​ຖະ​ແຫຼ່ງຂ່າວ ​ແລະ ສື່ສານ, ສະມາຄົມ​ນັກ​ຂ່າວ​ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 14/01. ບັນດາ​ຄຳ​ເຫັນ​ປຶກສາ​ຫາລື​ທີ່​ກອງ​ປະຊຸມໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ​ໂຄສະນາ​ກ່ຽວ​ກັບທະ​ເລ​ເກາະ, ວຽກ​ງານ​ຕໍ່ສູ້​ຕ້ານ​ກົນ​ອຸບາຍ​ຫັນປ່ຽນ​ໂດຍສັນຕິ; ​ເພີ່ມ​ທະວີ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ດ້ານ​ສື່​ຂ່າວ ​ເພື່ອ​ກຳນົດ​ທິດ​ຫາງ​ສຽງ​ສັງຄົມ. ກອງ​ປະຊຸມ​ປຶກສາ​ຫາລື, ​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການ​ພື້ນຖານ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2014 ​ແລະ ​ໃນ​ຊຸມ​ປີ​ຕໍ່ໆ​ໄປ. ​ຕາມ​ນັ້ນ​ແລ້ວ, ປີ 2014 ສື່​ມວນ​ຊົນສືບ​ຕໍ່​ໂຄສະ​ນາ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ມະຕິ​ຂອງ​ບັນດາກອງ​ປະຊຸມ​ສູນ​ກາງ, ມະຕິ​ຂອງ​ກົມ​ການ​ເມືອງ; ວາງ​ແຜນການ​ໂຄສະ​ນາ, ສ່ອງ​ແສງ​ຢ່າງ​ທັນ​ການ, ຊື່​ຕົງ, ຊັດ​ເຈນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະໜັບສະໜູນ​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ ຕໍ່​ບັນດາ​ມະຕິ ​ແລະ ຄຳ​ສັ່ງ.  ພິ​ເສດ​ສື່ມວນ​ຊົນຕ້ອງໃກ້ຊິດ​ຕິດ​ພັນ​​ກັບ​ຄຳ​ສັ່ງ​ຂອງ​ຄະນະ​ເລຂາ​ສູນ​ກາງ​ພັກ, ຍູ້​ແຮງ​ວຽກງານ​ໂຄ​ສະນາ​​ການ​ຜັນ​ຂະຫຍາຍ​ປະຕິບັດ​ລັດຖະທຳ​ມະນູນ.

ຂ່າວ/ບົດ​ອື່ນ