ກອງປະຊຸມສື່ມວນ​ຊົນທົ່ວປະເທດຜັນຂະຫຍາຍໜ້າທີ່ປີ 2015

ກອງປະຊຸມສື່ມວນ​ຊົນທົ່ວປະເທດຜັນຂະຫຍາຍໜ້າທີ່ປີ 2015 - ảnh 1
ທ່ານ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາສູນກາງ
(ພາບ: TTXVN)

(vovworld) – ກອງ​ປະຊຸມ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2015 ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 31/12, ຢູ່​ຮ່າ​ໂນ້ຍ, ​ໂດຍ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ, ກະຊວງ​ຖະ​ແຫຼງຂ່າວ ​ແລະ ສື່ສານ, ສະມາຄົມ​ນັກ​ຂ່າວ​ຫວຽດນາມ ສົ​ມທົບ​ກັນ​ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ ​ເນັ້ນ​ໜັກ​ວ່າ, ປີ 2015 ວຽກ​ງານ​ສື່​​ມວນ​ຊົນສືບ​ຕໍ່​ໄດ້​ຮັບ​ການ​ໂຄສະນາ​ການ​ປະຕິບັດ​ມະຕິ​ເລກທີ 11 ຂອງ​ພັກ ​ແລະ ບັນດາມະຕິ, ຄຳ​​ສັ່ງ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ; ​ໂຄສະນາ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 4 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ຕິດ​ພັນ​ກັບ​ການ​ປະຕິບັດ​ຄຳ​​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​​ໂຮ່ຈິ​ມິນ. ທ່ານ ເລ​ຮົ່ງ​ແອ​ງ ກ່າວ​ວ່າ.

        “ຍູ້​ແຮງ​ວຽກ​ງານ​ໂຄສະນາ, ສ້າງ​ບັນຍາ​ກາດ​ຟົດ​ຟື້ນ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ກ້າວ​ເຂົ້າ​ສູ້​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ, ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດຂອງ​ພັກ​ຄັ້ງ​ທີ 12. ນີ້​ແມ່ນ​ໜ​້າທີ່​ຈຸດ​ສຸມ, ຕະຫຼອດ​ຂອງ​ສ່ືມວນ​ຊົນ. ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​​​ຮວບ​ຮວມຄຳ​ເຫັນ​ປະກອບ​ຂອງ​ສະມາຊິກ​ພັກ ​ແລະ ປະຊາຊົນ​ທີ່​ມີ​ຕໍ່​ບັນດາ​ຮ່າງ​ກົດ​ເໝາຍ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄັ້ງ​ທີ 12. ​ໂຄສະນາ​ບັນດາ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ​ຂອງ​ປະຊາຊົນ, ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່. ພ້ອມ​ທັງ​ເປັນ​ເຈົ້າ​ການຕໍ່ສູ້​​ຕ້ານ​ຖ້ອຍທຳນອງ​ຜິດພາດ, ​ໂດຍ​ສະ​ເພາະ​ແມ່ນ​ຂໍ້​ມູນ​ຂ່າວ​ສານ​ທາງ​ອິນ​ເຕີ​ແນ​ດ”.

ຂ່າວ/ບົດ​ອື່ນ