ກອງປະຊຸມສອງຝ່າຍຄັ້ງທີ4ກ່ຽວກັບການຮ່ວມມືປ້ອງກັນ,ຕ້ານຢາເສບຕິດລະຫວ່າງຫວຽດນາມ-ຈີນ

ກອງປະຊຸມສອງຝ່າຍຄັ້ງທີ4ກ່ຽວກັບການຮ່ວມມືປ້ອງກັນ,ຕ້ານຢາເສບຕິດລະຫວ່າງຫວຽດນາມ-ຈີນ - ảnh 1
​ພົນ​ຕີ ໂດ໋​ກິມ​ຕວຽນ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld) – ກອງ​ປະ​ຊຸມສອງ​ຝ່າຍ​ຄັ້ງ​ທີ 4 ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ,ຕ້ານ​ຢາ​ເສບ​ຕິດ​ລະ​ຫວ່າງ​ ຫວຽດ​ນາມ - ຈີນ ໄດ້​ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ, ໂດຍ​ກົມ​ໃຫຍ່​ຕຳຫຼວດປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ, ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ຈັດ​ຕັ້ງ. ຝ່າຍ ຫວຽດ​ນາມ ໂດຍ​ພົນ​ຕີ ໂດ໋​ກິມ​ຕວຽນ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ຕຳຫຼວດປ້ອງ​ກັນ, ຕ້ານອ​າດ​ຊະ​ຍາ​ກຳ ເປັນ​ຫົວ​ໜ້າ​ຄະ​ນະ, ຝ່າຍ ຈີນໂດຍ​ທ່ານ ຫຼຽວ​ເຢວ​ຈຽນ, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳແຫ່ງຊາດ ຈີນ ເປັນ​ຫົວ​ໜ້າ​ຄະ​ນະ. ໂດຍຖັດຈາກກອງ​ປະ​ຊຸມ​ສ​ອງຝ່າຍ​ຄັ້ງ​ທີ 3 ຈັດ​ຂຶ້ນ​ໃນ​ເດືອນ 11/2013 ຢູ່ ຈີນ, ເປັນ​ຄັ້ງ​ທຳ​ອິດ 2 ປະ​ເທດ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ສົມ​ທົບ​ກັນ​ເຄື່ອນ​ໄຫວ​ລວມ​ບຸກ​ໂຈມ​ຕີ​ອາດ​ຊະ​ຍາ​ກຳ​ຢູ່ຕາມເຂດ​ຊາຍ​ແດນ ຫວ​ຽດ​ນາມ - ຈີນ. ແຕ່​ປີ 2013 ມາ​ຮອດ​ປະ​ຈຸ​ບັນ, ຕຳຫຼ​ວດ 7 ແຂວງ​ເຂດ​ຊາຍ​ແດນຂອງ ຫວຽດ​ນາມ ແລະ ຕຳຫຼ​ວດ 2 ແຂວງ​ຂອງ ຈີນ ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ບັນ​ດາ​ເປົ້າ​ໝາຍ, ສາຍ​ໂທ​ລະ​ສັບ​ດ່ວນ​ກ່ຽວ​ກັບ​ການ​ຄ້າ​ຂາຍ​ຢາ​ເສບ​ຕິດ​ທີ່​ກ່ຽວ​ຂ້ອງ​ເຖິງ 2 ຝ່າຍ. ພັນ​ເອກ ຮ່​ວາງ​ແອງ​ຕວຽນ, ຮອງ​ຫົວ​ໜ້າ​ຫ້ອງ​ການ​ປະ​ຈຳ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ກະ​ຊວງ​ຕຳຫຼວ​ດ, ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ, ພວກ​ເຮົາຍັງ​ບໍ່ສາມາດ​ສະ​ກັດ​ກັ້ນ​ສະ​ພາບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ລະ​ຫວ່າງ 2 ປະ​ເທດ, ໃນ​ນັ້ນ​ມີ​ທັງ​ການ​ຂົນ​ສົ່ງ ເຮ​ໂຣ​ອິ​ນ ຈາກ​ຕ່າງ​ປະ​ເທດ​ເຂົ້າ ຫວຽດ​ນາມ, ຈາກນັ້ນ​ສົ່ງ​ໄປ​ຈີນ​ອີກ​ດ້ວຍ ແລະ ກົງ​ກັນ​ຂ້າມ, ຢາ​ເສບ​ຕິດຫຼາຍ​ປະ​ເພດ​ຈາກ ຈີນ ກໍ່​ໄດ້​ນຳ​ເຂົ້າ ຫວຽດ​ນາມ. ເລື່ອງ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງບັນ​ດາ​ຫົວ​ໜ່ວຍ, ທ້ອງ​ຖີ່ນ​ນຳ​ກັນ​ກໍ່​ຄື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ 2 ປະ​ເທດ ບາງ​ເທື່ອ​ຍັງ​ຊັກ​ຊ້າ, ເນື້ອ​ໃນ​ແລກ​ປ່ຽນ​ບໍ່​ທັນ​ຄົບ​ຖ້ວນ, ພາ​ໄປ​ເຖິງ​ການ​ສົມ​ທົບ​ກັນ​ສືບ​ສວນ​​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.”

 

ຂ່າວ/ບົດ​ອື່ນ