ກອງປະຊຸມສະພາປະຊາຄົມວັດທະນະທຳສັງຄົມອາຊຽນຄັ້ງທີ16ຮັບຮອງເອົາເອກະສານສຳຄັນຫຼາຍສະບັບ

ກອງປະຊຸມສະພາປະຊາຄົມວັດທະນະທຳສັງຄົມອາຊຽນຄັ້ງທີ16ຮັບຮອງເອົາເອກະສານສຳຄັນຫຼາຍສະບັບ - ảnh 1
(ກອງປະຊຸມສະພາປະຊາຄົມ
ວັດທະນະທຳສັງຄົມອາຊຽນຄັ້ງທີ16)

(vovworld)- ໃນວັນ​ທີ 31/8​, ຢູ່ ນ​ະ​ຄອນຫຼວງວຽງ​ຈັນ​, ​ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຄົມວັດ​ທະ​ນະ​ທຳ​-ສັງ​ຄົມ​ອາ​ຊຽນ (ASCC) ຄັ້ງ​ທີ 16. ກອງ​ປະ​ຊຸມ​ຄັ້ງ​ນີ້​ ​ແນ​ໃສ່​ພິ​ຈາ​ລະ​ນາ​ບັນ​ດາ​ເອ​ກະ​ສານ, ຖະ​ແຫຼງ​ການ ເພື່ອ​ສະ​ເໜີ​ ຕໍ່​ສະ​ພາ​ຂັ້​ນ​ສູງ​ອາ​ຊຽນ ຄັ້ງ​ທີ 28, ​ເຊິ່ງຄາດ​ຄະ​ເນ​ຈະ​ປະ​ຊຸມ ໃນ​ທ້າຍ​ເດືອນນີ້ ຢູ່​ນະ​ຄອນຫຼວງວຽງ​ຈັນ. ນຳ​ໜ້າ​ຄະ​ນະ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ, ທ່ານ ນາງ ດ່າວ​ຮົ່ງ​ລານ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ-​ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມ, ເນັ້ນ​ໜັກວ່າ:

        “ອາດ​ເວົ້າ​ໄດ້ວ່າ ບັນ​ດາ​ຖະ​ແຫຼງ​ການນີ້​ ​ ເປັນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ແຮງທີ່​ສຸດ ​ຂອງ​ແຕ່​ລະ​ປະ​ເທດ​ອາ​ຊຽນ ​ເພື່ອເຮັດ​ແນວ​ໃດ ໃຫ້ແຜນ​ການ​ສັງ​ລວມ​ປະ​ຊາ​ຄົມ​ອາ​ຊຽນ ຈາກວິ​ໄສ​ທັດ​​ ​ປະ​ກົດ​ຜົນ​ເປັນ​ຈິງ. ເພື່ອ​​ປະ​ຕິ​ບັດ​ສິ່ງນີ້​ໃຫ້​ໄດ້​​ຄຽງ​ຄູ່​ການ​ຮັບ​ຮອງ​ເອົາ​ບັນ​ດາເອ​ກະ​ສານ, ອາ​ຊຽນ ກໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ ເຮັດ​ແນວ​ໃດ​ຈະ​ມີກົນ​ໄກ ເພື່ອຕິດ​ຕາມກວດ​ກາ​ ​ຄວາມ​ຄືບ​ໜ້າ​ ​ໃນ​ການຜັນ​ຂະ​ຫຍາຍ​ການ​ປ​ະ​ຕິ​ບັດ​ ຂອງ​ແຕ່​ລະ​ປະ​ເທດ, ເຮັດ​ແນວ​ໃດ ເພື່ອ​ໃຫ້​ບັນ​ດາ​ຄຳ​ໝັ້ນ​ສັນ​ຍານັ້ນ ​ກາຍ​ເປັນ​ພຶດ​ຕິ​ກຳ​ຕົວ​ຈິງ ​ຢູ່​ແຕ່​ລະ​ປະ​ເທດ.

        ບັນ​ດາ​ລັດ​ຖະ​ມົນ​ຕີ/ຫົວ​ໜ້າ​ຄະ​ນະ​ຮັບ​ຜິດ​ຊອບ​ ກ່ຽວ​ກັບ​ປະ​ຊາ​ຄົມ ​ວັດ​ທະ​ນະ​ທຳ-ສັງ​ຄົມ​ອາ​ຊຽນ ຂອງ 10 ປະ​ເທດ​ອາ​ຊຽນ ພ້ອມ​ກັນ​ອອກ​ຖະ​ແຫຼງ​ການ​ຮ່ວ​ມ​ ຂອງກອງ​ປະ​ຊຸມ, ໃນ​ນັ້ນ​ຢືນ​ຢັນ​ວ່າ: ຄຳ​ໝັ້ນ​ສັນ​ຍາ​ ຈະ​ຊຸກ​ຍູ້​ບັນ​ດາ​ອົງ​ການ​ວິ​ຊາ​ສະ​ເພາະ​ ປະ​ຕິ​ບັດ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ ​ຂອງ​ປະ​ຊາ​ຄົມ, ພິ​ເສດ​ແມ່ນ​ ​​ການຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ບັນ​ດາຖະແຫຼງ​ການ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເພື່ອ​ແນ​ໃສ່​​ເຮັດ​ໃຫ້ ບັນ​ດາ​ບຸ​ລິ​ມະສິດ ຂອງ​ປະ​ຊາ​ຄົມ ​ວັດ​ທະ​ນະ​ທຳ-ສັງ​ຄົມ ​ອາ​ຊຽນ ໃນ​ປີ 2016 ປະ​ກົດ​ຜົນ​ເປັນ​ຈິງ”.

ຂ່າວ/ບົດ​ອື່ນ