ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອ​າ​ຊຽນ​ຄັ້ງ​ທີ 18

(VOVWORLD) - ເລີ່ມຕົ້ນບັນດາກອງປະຊຸມໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35, ວັນທີ 31 ຕຸລາ, ຢູ່ບາງກອກ, ປະເທດໄທ, ໄດ້ດຳເນີນກອງປະຊຸມສະພາປະຊາຄົມເສດຖະກິດ ອາຊຽນຄັ້ງທີ 18 (AECC) . 
ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອ​າ​ຊຽນ​ຄັ້ງ​ທີ 18 - ảnh 1ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເຈິ່ນກ໊ວກແຄັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ນຳໜ້າເຂົ້າຮ່ວມກອງປະຊຸມ

ຄະນະຜູ້ແທນຫວຽດນາມລວມມີ ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ໂດຍທ່ານ ເຈິ່ນກ໊ວກແຄັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ນຳໜ້າເຂົ້າຮ່ວມກອງປະຊຸມ.

        ທີ່ກອງປະຊຸມ, ສະພາລັດຖະມົນຕີໄດ້ກວດກາຄືນໂດຍລວມກ່ຽວກັບ ສະພາບການປະຕິບັດແຜນການກໍ່ສ້າງປະຊາຄົມ AEC 2025 ມາຮອດປັດຈຸບັນ, ພ້ອມກັນນັ້ນ ກໍ່ຍົກອອກ ຂໍ້ສະເໜີແນະຢ່າງລະອຽດ10 ຂໍ້ ເພື່ອສືບຕໍ່ຜັນຂະຫຍາຍ ແຜນການນີ້. ສະພາກໍ່ກວດກາຄືນສະພາບການປະຕິບັດບັນດາຂໍ້ລິເລີ່ມຂອງປະເທດປະທານອາຊຽນ ໄທ ໃນປີ 2019, ຕາມນັ້ນແລ້ວ, 10 ໃນ ຈຳນວນ 13 ບຸລິມະສິດຂອງ ໄທ ແມ່ນໄດ້ປະຕິບັດສຳເລັດ, ຍັງ 3 ບຸລິມະສິດ ຄາດວ່າ ຈະປະຕິບັດໃນທ້າຍປີນີ້. ບັນດາລັດຖະມົນຕີກໍ່ໄດ້ແລກປ່ຽນກ່ຽວກັບວິວັດທະນາການເຈລະຈາ ສັນຍາ ຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ RCEP.

ນັກຂ່າວ VOV ປະຈຳໄທ

ຕອບກັບ

ຂ່າວ/ບົດ​ອື່ນ