ກອງ​ປະ​ຊຸມ​ສະ​ພາ​ປະ​ຕິ​ບັດ​ວຽກ​ງານ​ມະ​ຫາ​ຊົນ​ສູນ​ກາງ​ຄັ້ງ​ທີ 8

(VOVWORLD) -ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ເນັ້ນໜັກວ່າ: ປີ 202ບັນດາອົງການຈັດຕັ້ງມະຫາຊົນຕ້ອງສືບຕໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນທຸກຊັ້ນວັນນະໃນນັ້ນເອົາໃຈໃສ່ຮັບປະກັນສິດຜົນປະໂຫຍດອັນຊອບທຳຂອງ ປະຊາຊົນ.
ກອງ​ປະ​ຊຸມ​ສະ​ພາ​ປະ​ຕິ​ບັດ​ວຽກ​ງານ​ມະ​ຫາ​ຊົນ​ສູນ​ກາງ​ຄັ້ງ​ທີ 8 - ảnh 1ກອງປະຊຸມສະພາປະຕິບັດວຽກງານມະຫາຊົນສູນກາງຄັ້ງທີ 8 (ພາບ: TTXVN)

ຕອນບ່າຍວັນທີ 24 ທັນວາ, ສະພາປະຕິບັດວຽກງານມະຫາຊົນສູນກາງພັກ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2019, ຜັນຂະຫຍາຍໜ້າທີ່ ປີ 2020. ປີ 2019, ບັນດາອົງການການເມືອງ, ສັງຄົມຢູ່ສູນກາງໄດ້ສືບຕໍ່ປະຕິບັດວຽກງານຂົນຂວາຍປະຊາຊົນ, ມະຫາຊົນ, ປັບປຸງການຈັດຕັ້ງ, ຂະຫຍາຍສະມາຊິກຊາວໜຸ່ມ, ສະມາຊິກສະພາ ແລະ ປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ເນັ້ນໜັກວ່າ: ປີ 202ບັນດາອົງການຈັດຕັ້ງມະຫາຊົນຕ້ອງສືບຕໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນທຸກຊັ້ນວັນນະໃນນັ້ນເອົາໃຈໃສ່ຮັບປະກັນສິດຜົນປະໂຫຍດອັນຊອບທຳຂອງ ປະຊາຊົນ.       ຕ້ອງສືບຕໍ່ເຮັດໃຫ້ເລິກເຊິ່ງກ່ວາອີກ, ຍົກສູງປະສິດທິຜົນ, ປ່ຽນແປງໃໝ່ເນື້ອໃນວິທີການ ແລະ ບົດບາດຂອງບັນດາອົງການຈັດຕັ້ງມະຫາຊົນໃນວິວັດການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ