ກອງປະຊຸມສະພາສົ່ງເສີມການທ່ອງທ່ຽວ ອາຊີ ຄັ້ງທີ 16 ຈະຈັດຕັ້ງຢູ່ຮ່າໂນ້ຍ ແຕ່ວັນທີ 5 – 10 ກັນຍາ

(VOVWORLD) - ເຂົ້າຮ່ວມກອງປະຊຸມແມ່ນຜູ້ຕາງໜ້າບັນດາສະຖານທູດ, ອົງການທູຕານຸທູດຕ່າງໆ ມີນະຄອນແມ່ນສະມາຊິກສະພາສົ່ງເສີມການທ່ອງທ່ຽວ ອາຊີ
ກອງປະຊຸມສະພາສົ່ງເສີມການທ່ອງທ່ຽວ ອາຊີ ຄັ້ງທີ 16 ຈະຈັດຕັ້ງຢູ່ຮ່າໂນ້ຍ ແຕ່ວັນທີ 5 – 10 ກັນຍາ - ảnh 1 ພາບປະກອບ

ແຕ່ວັນທີ 5 – 10 ກັນຍາ, ນະຄອນ ຮ່າໂນ້ຍ ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມສົ່ງເສີມການທ່ອງທ່ຽວ ອາຊີ ຄັ້ງທີ 16 (CPTA 16th). ເຂົ້າຮ່ວມກອງປະຊຸມແມ່ນຜູ້ຕາງໜ້າບັນດາສະຖານທູດ, ອົງການທູຕານຸທູດຕ່າງໆ ມີນະຄອນແມ່ນສະມາຊິກສະພາສົ່ງເສີມການທ່ອງທ່ຽວ ອາຊີ, ເຊິ່ງລວມມີ: ໂຕກຽວ (ຍີ່ປຸ່ນ), ບາງກອກ (ໄທ), ນິວເດລີ (ອິນເດຍ), ຈາກາກຕາ (ອິນໂດເນເຊຍ), ກົວລາ ລຳເປີ (ມາເລເຊຍ)…ກອງປະຊຸມຈະປຶກສາຫາລື, ເປັນເອກະພາບແຜນການຜັນຂະຫຍາຍບັນດາແຜນຮ່າງໃໝ່; ສະເໜີບັນດາມາດຕະການ ແລະ ຄວາມຮັບຜິດຊອບຂອງບັນດາອົງການຄຸ້ມຄອງລັດ, ອຳນາດການປົກຄອງທ້ອງຖິ່ນ, ບັນດາວິສາຫະກິດທ່ອງທ່ຽວເພື່ອແນໃສ່ພັດທະນາການທ່ອງທ່ຽວຂອງນະຄອນສະມາຊິກ. ກອງປະຊຸມກໍ່ຈະສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາ, ເຜີຍແຜ່ ດຶງດູດແຂກທ່ອງທ່ຽວໄປຢ້ຽມຢາມບັນດານະຄອນໃຫຍ່ຂອງອາຊີ, ໃນນັ້ນມີຮ່າໂນ້ຍ. ພິເສດ, ເຫດການນີ້ຈະແນະນຳສະຖານທີ່ທ່ອງທ່ຽວ ຮ່າໂນ້ຍ ໃຫ້ຕະຫຼາດແຂກທ່ອງທ່ຽວຢູ່ບັນດານະຄອນສະມາຊິກສະພາສົ່ງເສີມການທ່ອງທ່ຽວ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ