ກອງປະຊຸມສະພາສົ່ງເສີມການທ່ອງທ່ຽວອາຊີຄັ້ງທີ 16

(VOVWORLD) -ກອງປະຊຸມສະພາສົ່ງເສີມການທ່ອງທ່ຽວອາຊີ ຄັ້ງທີ 16 (CPTA 16) ດ້ວຍການເຂົ້າຮ່ວມຂອງບັນດານະຄອນສະມາຊິກຄື: ໂຕກຽວ, ກົວລາລຳເປີ, ຈາກາຕາ, ໄທເປ, ນະຄອນຫຼວງມານີລາ ແລະ ຮ່າໂນ້ຍ ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 06 ກັນຍາ, ຢູ່ຮ່າໂນ້ຍ. ນີ້ແມ່ນຄັ້ງທີ 4 ທີ່ນະຄອນຮ່າໂນ້ຍ ເປັນເຈົ້າພາບຈັດຕັ້ງເຫດການດັ່ງກ່າວ.

ກອງປະຊຸມສະພາສົ່ງເສີມການທ່ອງທ່ຽວອາຊີຄັ້ງທີ 16 - ảnh 1 ນີ້ແມ່ນຄັ້ງທີ 4 ທີ່ນະຄອນຮ່າໂນ້ຍ ເປັນເຈົ້າພາບຈັດຕັ້ງເຫດການ

(ພາບປະກອບ: TTXVN)

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ຕີລາຄາບັນດາວຽກງານທີ່ໄດ້ຮັບການຜັນຂະຫຍາຍ; ວາງແຜນຜັງ ແລະ ເປັນເອກະພາບບັນດາແຜນການ, ໂຄງການໃໝ່; ສະເໜີບັນດາມາດຕະການເພື່ອຊຸກຍູ້ຂະແໜງທ່ອງທ່ຽວຂອງເຄືອຂ່າຍບັນດານະຄອນໃຫຍ່ຢູ່ອາຊີ; ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາ, ແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດສະມາຊິກ. ຈຸດພົ້ນເດັ່ນຂອງກອງປະຊຸມແມ່ນການປຶກສາຫາລືເພື່ອຍົກອອກນະໂຍບາຍ, ການເຄື່ອນໄຫວເພື່ອດຶງດູດນັກທ່ອງທ່ຽວໄປຢ້ຽມຢາມບັນດານະຄອນຂອງພາກພື້ນອາຊີ ໃຫ້ຫຼາຍກວ່າອີກ.

        ຜ່ານການຈັດຕັ້ງກອງປະຊຸມ, ຂະແໜງທ່ອງທ່ຽວຮ່າໂນ້ຍ ຈະມີໂອກາດແນະນຳເຖິງເພື່ອນມິດສາກົນກ່ຽວກັບນະຄອນຫຼວງຮ່າໂນ້ຍ ທີ່ຂະຫຍັນຂັນເຄື່ອນ, ຊາວຮ່າໂນ້ຍ ຮັກແພງແຂກຄົນ; ໂຄສະນາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ມູນເຊື້ອວັດທະນະທຳປະຫວັດສາດ; ຜ່ານນັ້ນປະກອບສ່ວນສ້າງບັນດາລາຍການທ່ອງທ່ຽວໃຫ້ເໝາະສົມ, ດຶງດູດນັກທ່ອງທ່ຽວສາກົນ… ກອງປະຊຸມຈະດຳເນີນຮອດວັນທີ 09 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ