ກອງປະຊຸມສະພາແຫ່ງຊາດ ປຶກສາຫາລືກົດ ໝາຍສະສົມແຫ່ງຊາດ ແລະ ເສດຖະກິສັງຄົມ

ກອງປະຊຸມສະພາແຫ່ງຊາດ ປຶກສາຫາລືກົດ ໝາຍສະສົມແຫ່ງຊາດ ແລະ ເສດຖະກິສັງຄົມ - ảnh 1
( ກອງປະຊຸມສະພາແຫ່ງຊາດ )

(vovworld) – 4 ບັນຫາ​ໃຫຍ່​ໃນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສະ​ສົມ​ແຫ່ງ​ຊາດນັ້ນ​ແມ່ນ​: ຄາດໝາຍ​ສະ​ສົມ​ແຫ່ງ​ຊາດ, ລະດັບ​ສະ​ສົມ​ແຫ່ງ​ຊາດ​ທັງ​ໝົດ, ບັນຊີລາຍຊື່​ສິນຄ້າ​ສະ​ສົມ​ແຫ່ງ​ຊາດ ​ແລະ ງົບປະມານ​ແຫ່ງ​ລັດ​ສະຫງວນໃຫ້​ແກ່​ການ​ສະ​ສົມ​ແຫ່ງ​ຊາດ. ​ນີ້ແມ່ນ​ເນື້ອ​ໃນ​ເຊິ່ງບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​​ໄດ້ສູ​ມ​ໃສ່​ປຶກສາ​ຫາລື​ໃນ​ຕອນ​ບ່າຍ​ວັນ​ທີ 24/10. ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ, ຮັບຮອງ​ເອົາກົດໝາຍ​ວ່າ​ດ້ວຍ​ການ​ສະ​ສົມ​ແຫ່ງ​ຊາດ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ນີ້ຂອງ​ສະພາ​ແຫ່ງ​ຊາດ​.

ຕາມ​ບັນດາ ສສຊ​ ແລ້ວ, ​ເພື່ອ​ຮັບ​ປະກັນ​ໃຫ້​ຖືກ​ກັບ​ທາດ​ແທ້​ຂອງ​ການ​ສະ​ສົມ​ແຫ່ງ​ຊາດ, ຄວນ​ປັບປຸງ​ຄາດໝາຍ​ສະ​ສົມ​ແຫ່ງ​ຊາດ​ຕາມ​ທິດ ພຽງ​ແຕ່​ຮັກສາ​ຄາດໝາຍ​ຕອບ​ສະໜອງ​​ຄວາມ​ຕ້ອງການ​ໂດຍ​ບັງ​ເອີນ, ຮີບ​ດ່ວນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​, ແກ້​ໄຂ​ຜົນ​ຮ້າຍ​ທຳ​ມະ​ຊາດ, ອັກ​ຄີ​ໄພ, ​ໂລກລະບາດ, ຮັບ​ໃຊ້​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປະຕິບັດ​ບັນດາ​ໜ້າ​ທີ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ ​ແລະ ຮີບ​ດ່ວນ​ອື່ນໆ​ຂອງ​ລັດ. ກ່ຽວ​ກັບ​ລະດັບ​ສະ​ສົມ​ແຫ່ງ​ຊາດ​ທັງ​ໝົດ, ທ່ານ Nguyen Van Tuyet ສສຊ ​ແຂວງ ບ່າ​ເຮ້ຍ - ວຸງ​ເຕົ່າ, ປະກອບ​ຄວາມ​ເຫັນ​ວ່າ:

”ຂ້າພະ​ເຈົ້າ​ເຫັນ​ດີ​ກັບ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​​ທີ່ໄດ້​ຮັບ​ເອົາ​ຄວາມ​ເຫັນຂອງ ສສຊ ​ແມ່ນ​ຍົກ​ເລີກການກຳນົດ​ລະດັບ​ສະ​ສົມ​ແຫ່ງ​ຊາດ​ທັງ​ໝົດ​ເພີ່ມ​ຂຶ້ນ​ເທື່ອ​ລະ​ກ້າວ​ປະຈຳ​ປີ. ຕາມ​ກຳນົດ​ໃນຮ່າງ​ກົດໝາຍ​ສະບັບ​ໃໝ່​​ແລ້ວ, ລະດັບ​ສະ​ສົມ​ແຫ່ງ​ຊາດ​ທັງ​ໝົດ​ແມ່ນ​ຮັບປະກັນ​ປະຕິບັດ​ຄາດໝາຍ​ສະ​ສົມ​ແຫ່ງ​ຊາດ ​ແລະ ລັດຖະບານ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ເພື່ອ​ຕົກລົງ​ລະດັບ​ຈັດ​ແບ່ງ​ງົບປະມານ​ໃຫ້​ແກ່​ການ​ສະ​ສົມ​ແຫ່ງ​ຊາດ​ປະຈຳ​ປີ. ຂ້າພະ​ເຈົ້າ​ເຫັນ​ວ່າ​ຂໍ້​ກຳນົດ​ນີ້​ແມ່ນ​ເໝາະ​ສົມ ​ແລະ ຮັບປະກັນ​ລັກສະນະ​ເປັນ​ໄປ​ໄດ້”

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 24/10, ບັນດາ ສສຊ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບສະພາບ​ການ​ປະຕິບັດ​ແຜນ​ການພັດທະນາ​ເສດຖະກິດ-ສັງຄົມ​ປີ 2012, ແຜນ​ການພັດທະນາ​ເສດຖະກິດ-ສັງຄົມ​ປີ 2013. ຕາມນັ້ນແລ້ວ, ບັນດາ​ຈຸດ​ເດັ່ນ​ກ່ຽວ​ກັບ​ເສດຖະກິດ-ສັງຄົມ​ໃນ​ປີ 2012 ​ແມ່ນ ສ້າງ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະ​ຕິ, ສາມາດ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ 1 ຕົວ​ເລກ, ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຮັບປະ​ກັບ​ຊີວິດ​ສັງຄົມ. ​ແຕ່​ຍັງ​ບໍ່​ສາມາດ​ບັນລຸ​ໄດ້ 5 ຄາດໝາຍຕາມ​ແຜນການ, ​ໃນ​ນັ້ນ​ມີ​ລະດັບ​ການ​ເຕີບ​ໂຕ GDP ບໍ່​ສາມາດ​ບັນລຸ​​ໄດ້​ຕາມ​ແຜນການ​ຄືແຕ່ 6 ຫາ 6,5%. ປີ 2013, ລັດຖະບານ​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ພິຈາລະນາ​ກຳນົດ​ຈຸດໝາຍ​ໂດຍ​ສັງ​ເຂ​ບ ຄື: ​ເພີ່ມ​ທະວີ​ການ​ ສ້າງ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະ​ຕິ, ຫຼຸດ​ຜ່ອນ​ອັດຕາ​ເງິນ​ເຟີ້, ​ເພີ່ມ​ລະດັບ​ການ​ເຕີບ​ໂຕ​ໃຫ້​ສູງ​ກ່ວາປີ 2012; ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ ​ແລະ ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ; ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ , ຮັບປະກັນສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ.......​ເພື່ອ​ປະຕິບັດ​ໜ້າ​ທີ່ພັດທະນາ​ເສດຖະກິດ-ສັງຄົມ​ປີ 2013, ທ່ານ Vu Viet Ngoan ສ.ສ.ຊ ​ແຂວງ​ແຄ້ງ​ຮ່ວາມີ​ຄຳ​ເຫັນ​ວ່າ:

“ນອກຈາກ 9 ວິທີ​ການ​ແກ້​ໄຂ​ຂອງ​ລັດຖະບານ​ກໍ​ຄື 8 ວິທີ​ການ​ແກ້​ໄຂ​ຂອງ​ຄະນະ​ເສດຖະກິດ​ແຫ່ງ​ລັດສະ​ເໜີ​ນັ້ນ, ຂ້າພະ​ເຈົ້າ​ສະ​ເໜີ​ວ່າ​ຕ້ອງ​ເພີ່ມ​ທະວີ​ການ​ກະ​ຕຸ້ນ​ຄວາມ​ຕ້ອງການ. ​ຖ້າ​ຫາກ​ບໍ່ ກະ​ຕຸ້ນ​ຄວາມ​ຕ້ອງການນັ້ນ, ​ສິນຄ້າ​ຄ້າງ​ສາງ​ແມ່ນ​ບໍ່​ອາດ​ຈຳໜ່າຍ​ໄດ້. ຂ້າພະ​ເຈົ້າ​ສະ​ເໜີ​ຈຳໜ່າຍ​ພັດທະ​ບັດ​ກິດຈະກຳ, ​ເລືອກ​ເອົ​າ ບາງ​ກິດຈະກຳທີ່​ແທດ​ຈິງ, ສຳຄັນ​ເພື່ອ​ຈຳໜ່າຍ. ທີ່ 2 ​ແມ່ນ​ຕ້ອງ​ສ້າງ​ໂຄງ​ປະກອບ​ທະນາຄານ​ຄືນ​ໃໝ່​ໄປ​ຄຽງ​ຄູ່ກັບ​ການ​ແກ້​ໄຂ​ໜີ້​ເສຍ​. ພ້ອມ​ກັນ​ນັ້ນ​, ການສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດຄືນ​ໃໝ່​ແມ່ນ​ຕ້ອງ​ຢູ່​ໃນ​ຂອບ​ເຂດ​ສັງ​ລວມ​ໃຫຍ່​ກ່ວາ​ອີກ ”

ຂ່າວ/ບົດ​ອື່ນ