ກອງປະຊຸມສະມັດຊາລັດຖະສະພາ AIPA 41: ການທູດລັດຖະສະພາເພື່ອປະຊາຄົມອາຊຽນສະໜິດຕິດພັນແລະເປັນເຈົ້າການຮັບມື

(VOVWORLD) -ກອງປະຊຸມ AIPA ຄັ້ງທີ 41, ດ້ວຍຫົວຂໍ້ວ່າ “ການທູດລັດຖະສະພາເພື່ອປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”

ກອງປະຊຸມສະມັດຊາລັດຖະສະພາ AIPA 41: ການທູດລັດຖະສະພາເພື່ອປະຊາຄົມອາຊຽນສະໜິດຕິດພັນແລະເປັນເຈົ້າການຮັບມື - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ

(ພາບ: quochoi.vn)

ໃນລະຫວ່າງວັນທີ 08 – 10 ກັນຍາ, ເປັນຄັ້ງທີ 3 ສະພາແຫ່ງຊາດຫວຽດນາມ ດຳລົງຕຳແໜ່ງປະທານກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ແລະ ເປັນເຈົ້າພາບຈັດຕັ້ງກອງປະຊຸມ AIPA ຄັ້ງທີ 41, ດ້ວຍຫົວຂໍ້ວ່າ “ການທູດລັດຖະສະພາເພື່ອປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຕາມຮູບແບບອອນລາຍ.

          ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີບົດຂຽນ “ການທູດລັດຖະສະພາເພື່ອປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ບົດຂຽນໃຫ້ຮູ້ວ່າ, ກອງປະຊຸມສະມັດຊາໃຫຍ່ AIPA 41 ໄດ້ສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນດາມະຕິກ່ຽວກັບ: ການຊຸກຍູ້ບົດບາດຂອງສະມາຊິກລັດຖະສະພາຍິງ ໃນການຮັບປະກັນວຽກເຮັດງານທຳ ແລະ ລາຍຮັບຂອງຜູ້ອອກແຮງງານຍິງ; ການທູດລັດຖະສະພາເພື່ອສັນຕິພາບ ແລະ ຄວາມໝັ້ນຄົງແບບຍືນຍົງອາຊຽນ; ບົດບາດຂອງລັດຖະສະພາໃນການຊຸກຍູ້ຄວາມສະໜິດຕິດພັນ ແລະ ຟື້ນຟູເສດຖະກິດອາຊຽນ ພາຍຫຼັງໂລກລະບາດໂຄວິດ-19…. ກອງປະຊຸມສະມັດຊາລັດຖະສະພາກໍ່ຈະຈັດການເຈລະຈາ AIPA-ASEAN ກ່ຽວກັບບັນດາຜົນກະທົບຂອງໂລກລະບາດໂຄວິດ-19 ທີ່ມີຕໍ່ການຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025.

          ທີ່ກອງປະຊຸມສະມັດຊາລັດຖະສະພາ AIPA 41, ສະພາແຫ່ງຊາດຫວຽດນາມ ຈະສະເໜີ 2 ຂໍ້ລິເລີ່ມສຳຄັນ. ທີ່ໜຶ່ງແມ່ນ, ຈັດກອງປະຊຸມບໍ່ເປັນທາງການສະມາຊິກລັດຖະສະພາໜຸ່ມ AIPA. ທີສອງແມ່ນ, ການເຊື່ອມຕໍ່, ຄວາມສະໜິດຕິດພັນໃນການເຄື່ອນໄຫວຂອງ AIPA ກັບການເຄື່ອນໄຫວຂອງກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU), ຕິດພັບກັບການປະຕິບັດໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດ ກ່ຽວກັບການພັດທະນາແບບຍືນຍົງ.

          ບົດຂຽນໄດ້ເນັ້ນໜັກວ່າ, ດ້ວຍບົດບາດເປັນປະທານ AIPA, ສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນ ແລະ ພ້ອມກັບການສະໜັບສະໜູນ, ຮ່ວມແຮງຮ່ວມໃຈຂອງບັນດາລັດຖະສະພາສະມາຊິກ AIPA ຈະຈັດບັນດາການເຄື່ອນໄຫວຂອງປີປະທານ AIPA, ກອງປະຊຸມສະມັດຊາລັດຖະສະພາ AIPA 41 ສຳເລັດຜົນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຍົກລະດັບການພົວພັນຄູ່ຮ່ວມມື AIPA-ASEAN ໃຫ້ເຂົ້າສູ່ລວງເລິກ.

ຕອບກັບ

ຂ່າວ/ບົດ​ອື່ນ