ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ AIPA 41 ສ້າງ​ຄວາມ​ປະ​ທັບ​ໃຈ​ດີ​ງາມ​ທີ່​ສຸດ

(VOVWORLD) -ໃນຈົດໝາຍສົ່ງເຖິງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ, ປະທານສະພາແຫ່ງຊາດ ບັນດາປະເທດ ໄດ້ຕີລາຄາສູງ ກຳລັງຄວາມສາມາດຂອງ ສະພາແຫ່ງຊາດ ຫວຽດນາມ ໃນການຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA 41 ຕາມຮູບການທາງອອນລາຍ. 
ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ AIPA 41 ສ້າງ​ຄວາມ​ປະ​ທັບ​ໃຈ​ດີ​ງາມ​ທີ່​ສຸດ - ảnh 1 ສະພາແຫ່ງຊາດຫວຽດນາມ ຈັດຕັ້ງ ສຳເລັດ ກອງປະຊຸມສະມັດຊາໃຫຍ່ AIPA 41(ພາບ: quochoi.vn)

        ໂດຍປະຕິບັດບົດບາດເປັນປະທານສະພາລະຫວ່າງລັດຖະສະພາ ອາຊຽນ ຄັ້ງທີ 41, ໃນລະຫວ່າງວັນທີ 8 – 10 ກັນຍາ 2020, ສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງ ກອງປະຊຸມສະມັດຊາໃຫຍ່ AIPA 41ສຳເລັດ. ຜົນສຳເລັດໃນປີປະທານ AIPA 2020, ກອງປະຊຸມສະມັດຊາໃຫຍ່ AIPA 41 ໄດ້ສ້າງຄວາມປະທັບໃຈທີ່ດີງາມທີ່ສຸດ ຕໍ່ບັນດາລັດຖະສະພາສະມາຊິກ, ລັດຖະສະພາສັງເກດການ AIPA ແລະ ໃນການເຄື່ອນໄຫວທາງການທູດ ຂອງ ສະພາແຫ່ງຊາດອາຍຸການຊຸດທີ XIV.

        ໃນຈົດໝາຍສົ່ງເຖິງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ, ປະທານສະພາແຫ່ງຊາດ ບັນດາປະເທດ ໄດ້ຕີລາຄາສູງ ກຳລັງຄວາມສາມາດຂອງ ສະພາແຫ່ງຊາດ ຫວຽດນາມ ໃນການຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA 41 ຕາມຮູບການທາງອອນລາຍ. ບັນດາປະທານສະພາແຫ່ງຊາດ ກໍ່ຢັ້ງຢືນວ່າ ຫົວຂໍ້ “ການທູດລັດຖະສະພາເພື່ອປະຊາຄົມອາຊຽນທີ່ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຂອງປີ AIPA 2020 ມີຄວາມສຳຄັນພິເສດສຳລັບພາກພື້ນ ແລະ ເໝາະສົມກັບບັນດາອົງການລັດຖະສະພາໃນທົ່ວໂລກ.

        ບັນດາປະທານສະພາແຫ່ງຊາດກໍ່ສະແດງຄວາມເຊື່ອໝັ້ນຢ່າງແຮງວ່າ ບັນດາຜົນງານອັນດີງາມຂອງກອງປະຊຸມສະມັດຊາໃຫຍ່ AIPA 41 ຈະປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນທີ່ມີຢູ່ແລ້ວ ລະຫວ່າງ ລັດຖະສະພາບັນດາປະເທດສະມາຊິກ ກໍ່ຄືການຮ່ວມມືລະຫວ່າງ ລັດຖະສະພາສະມາຊິກ AIPA ແລະ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ